ຂໍໂທດຂໍອະໄພນຳທຸກຄົນຫຼາຍໆຖ້າຫາກວ່າຂ້າພະເຈົ້າແປບໍ່ຖືືກອ່ານບໍ່ເຂົ້າໃຈຫຼືເຫັນວ່າສັບສົນບ່ອນກໍ່ສາມາດຄອມເມັ້ນໄວ້ໄດ້ຍ້ອນເຮົາມາຈາກພາສາຫວຽດນາມອາດຈະບໍ່ຖືກ 100% ເແຕ່ຍ້ອນຂ້າພະເຈົ້າເຫັນວ່າມັນມີປະໂຫຍດແລະຈຳເປັນຕໍ່ສັງຄົມປະຈຸບັນແທ້ກໍ່ເລີຍແປອອກມາແບ່ງປັນໃຫ້ອ່ານເປັນນບົດຮຽນນຳກັນ. 👇👇👇
ພຽງແຂ້ວ 4 ເຫຼັ້ມເຮັດໃຫ້ພາດທັງຊີວິດ 60 ກວ່າປີຈື່ງສາມາດແກ້ໄຂບັນຫານີ້ໄດ້ເຮົາມາອ່ານແລະຊົມຄຼິບໄປພ້ອມໆກັນເລື່ອງຊີວິດສຸດທີ່ລ້ຳບາກ, ໜ້າອັບອາຍ, ຂາດຄວາມໝັ້ນໃຈໃນຕົວເອງມາທັງຊີວິດຂອງຜູ້ຍີງຊາວຫວຽດນາມຄົນນີ້.
ຊື່ແທ້ຂອງລາວ ເອີ້ນວ່າ ຄວຽນ ແຕ່ຊາວບ້ານມັກເອີ້ນຊື່ລາວວ່າເອື້ອຍເຕື່ອຍ ຫຼືແມ່ເຕື່ອຍ ລາວມີລູກຊາຍ 1 ຄົນ ຕອນນີ້ລູກຊາຍລາວອາຍຸ 16ປີ, ລາວບໍ່ມີຜົວແລ້ວ. ລາວເລົ່າວ່າທັງຊີວິດມີແຕ່ຄົນລັງກຽດ,ເວົ້າໃສ່ວ່າເປັນເຄື່ອງຄວັດ,ຈັກຕັກແລະອື່ນໆເປັນຫຼາຍໆຢ່າງ ທີ່ບໍ່ດີບໍ່ມ່ວນຫູ, ບໍ່ເຄີຍໄດ້ຮັບກຳລັງໃຈຈາກຊາວບ້ານ.
ຕອນລາວຍັງເປັນສາວກໍ່ຫາກມີຜູ້ຊາຍບາງຄົນມັກລາວຢູ່ແຕ່ຖ້າໃຫ້ແຕ່ງດອງເຂົາມັກຈະຕິເລື່ອງແຂ້ວຂອງລາວແລ້ວກໍ່ເຊົາບໍ່ແຕ່ງ, ແລະປົກກະຕິແລ້ວຮີດຄອງຂອງປະເທດຫວຽດນາມ ຜູ້ຊາຍຕ້ອງໄປແຕ່ງເອົາຜູ້ຍີງແຕ່ສຳລັບລາວຕອນຍັງເປັນສາວແມ່ນຝ່າຍຊາຍໃຫ້ລາວໄປແຕ່ງເອົາເຂົາ.
ນີ້ຄືຄວາມລັງກຽດ, ຢຽບຢ່ຳ,ຄວາມດຸໝີ່ນປະໝາດ,ດູຖູກທີ່ເຂົາສະແດງໃຫ້ເຮົາວ່າເຮົາເປັນພຽງຄົນຢາກໄດ້ເຂົາ, ເຂົາບ່ໍໄດ້ຢາກໄດ້ເຮົາ. ສະນັ່້ນ, ຈື່ງເຮັດໃຫ້ລາວພາດຊີວິດທີ່ດີໆຫຼາຍສີ່ງຫຼາຍຢ່າງໃນຊີວິດໄວໜຸ່ມບໍ່ເຄີຍມີຄວາມຮັກຫວານຊື່ນ, ບໍ່ເຄີຍໄດ້ຮັບອ້ອມກອດທີ່ອົບອຸ່ນ,…ລາວພາດຊີວິດທີ່ດີໆນີ້ຍ້ອນສາເຫດດຽວທີ່ບໍ່ມີເງີນເທົ່ານັ້ນ.
ຍ້ອນຄວາມທຸກຍາກລ້ຳບາກ,ຫາເຊົ້າກິນຄໍ່າ ບໍ່ມີເງີນທີຈະພໍໃຫ້ໄປແປງແຂ້ວເລີຍອົດມາຈົນເຖົ້າແກ່ເຖີງທຸກວັນນີ້. ເວລາປາກເວົ້າກໍ່ຫຍຸ້ງຍາກເວົ້າບໍ່ຄອດບໍ່ແຈ້ງ, ເວລາກິນກໍ່ບໍ່ສະບາຍຈົນຮູ້ສຶກລຳຄານອີ່ຫຼີຈົນຄິດຢາກຫຼົກອອກໂດຍມາຕະຫຼອດ. ແຕ່ກໍ່ເຮັດຫຍັງບໍ່ໄດ້ເລີຍ.
ຈົນມາຮອດວັນທີ 11 ພຶດສະພາ 2021 ທີ່ຜ່ານມານີ້, ລາວຈື່ງຕັດສິນໃຈໄປຫາຄີນິກແຂ້ວທີ່ມີຊື່ສຽງໂດງດັງແຫ່ງໜື່ງຢູ່ຮາໂນ້ຍຊື່ວ່າ “ຄີນີິກສາກົນ ຮວາງເຮືອງ” ໂດຍບໍ່ມີເງີນຈັກດົງເລີຍຈື່ງໄດ້ຮຽກຮ້ອງໃຫ້ຄີນິກດັ່ງກ່າວຊ່ວຍຮ້ອງຂໍຊາວເຟສບຸກເທີງໂລກອອນລາຍຊ່ວຍກັນລະດົມທືນຮອນໃຫ້ລາວເຮັດແຂ້ວ.
ສາເຫດທີ່ເຮັດໃຫ້ລາວຕ້ອງຕັດສິນໃຈໃນຄັ້ງນີ້ແມ່ນເຮັດເພື່ອລູກຊາຍຂອງລາວເອງ ລູກຊາຍບອກແມ່ວ່າແຂ້ວຂອງແມ່ເຮັດໃຫ້ລູກອາຍໝູ່ອາຍຄູ່ຈົນບໍ່ກ້າຈະເອົາໝູ່ມາຫຼີ້ນຢູ່ເຮືອນເລີຍ ແລະອີກຢ່າງໜຶ່ງລູກຊາຍເວົ້າວ່າ ຄອບຄົວທຸກຍາກຢູ່ແລ້ວແມ່ຊ້ຳພັດເປັນແບບນັ້ນອີກ ລູກຄືຊິບໍ່ມີໂອກາດໄດ້ເມຍນຳບ້ານເມືອງອີກ ເວລາອອກນອກບ້ານລູກຕ້ອງບັງຄັບໃຫ້ແມ່ໃສ່ຜ້າປິດປາກຕະຫຼອດຍ້ອນອາຍຄົນອື່ນເຫັນ.
ໃນທີ່ສຸດຊາວໂລກອອນໄລກໍ່ຊ່ວຍກັນລະດົມເງີນມາໃຫ້ລາວໄດ້ 100ກວ່າລ້ານດົງ ແຕ່ພັດມີການດຣາມ່າ ຈາກຊາວໂລກອອນລາຍບາງສ່ວນບໍ່ເຫັນດີ ແລະເວົ້າວ່າເຈົ້າຂອງຄີນິກຈ້າງຄົນມາໃສ່ແຂ້ວປອມຍົວະເອົາເງີນ ຈື່ງເຮັດໃຫ້ເຈົ້າຂອງຄີນິກອອກມາໄລສົດ ແລະຂໍຄຳຄິດເຫັນຈາກຊາວໂລກອອນໄລທັງຫຼາຍວ່າ ຊິສົ່ງເງີນໃຫ້ເອື້ອຍເຕື່ອຍເອົາໄປສ້າງບ້ານສ້າງເຮືອນເອົາແຕ່ເອື້ອຍເຕື່ອຍບໍ່ຍອມເອົາເງີນເດັດຂາດ ຂໍເຮັດແຂ້ວໃຫ້ງາມຂື້ນກໍ່ພໍແລ້ວເງີນທີ່ເຫຼືອໃຫ້ເອົາໄປບໍລິຈາກໃຫ້ຄົນທີ່ທຸກຍາກກ່ອນລາວ.
ເຈົ້າຂອງຄີນິກຖາມເອື້ອຍເຕື່ອຍວ່າໃຫ້ເອົາເງີນໄປສ້າງບ້ານສ້າງເຮືອນງາມໆຢູ່ສະບາຍໆ ຖາມເປັນຫຼາຍ10ຄັ້ງແຕ່ເອື້ອຍເຕື່ອຍກໍ່ຍັງຢືນຢັນແຕ່ຄຳເກົ່າ. ສຸດທ້າຍເຈົ້າຂອງຄີນິກຈື່ງໄດ້ຕັດສິນໃຈເຮັດແຂ້ວໃຫ້ເອື້ອຍເຕື່ອຍ. ຫຼັງຈາກເຮັດແຂ້ວແລ້ວໜ້າລາວກໍ່ປ່ຽນໄປເປັນຄົນລະຄົນແລະໜຸ່ມຂື້ນທັນທີ ຈາກ 60ກວ່າປີ ມາເປັນ 40ປີ. ສຸດທ້າຍ, ສະຫຼຸບເອື້ອຍເຕື່ອຍໄດ້ເຮັດແຂ້ວແລະເຈົ້າຂອງຄີນິກຍັງຈະແປງເຮືອນໃຫ້ລາວອີກ. ໃຜຮູ້ພາສາຫວຽດກໍ່ຟັງນຳກັນແດ່ກໍ່ຍີ່ງເປັນການດີເນາະກົດເບີ່ງລີ້ງ👇👇
ແປໂດຍ: khaosod-ຂ່າວສົດ