ພຣະອາຈານ ບົວແກ້ວ ແກ້ວວົງສາ ຮອງເຈົ້າຄະນະເມືອງຊະນະສົມບູນ

    0
    256

    #ພຣະອາຈານ ບົວແກ້ວ ແກ້ວວົງສາ ຮອງເຈົ້າຄະນະເມືອງຊະນະສົມບູນ.ເຈົ້າຄະນະເຂດສົງສະຜ່າຍ.ສຶບຕໍ່ມອບເຄື່ອງອຸປະໂພກ ແລະ ບໍລິໂພກ ໃຫ້ຄະນະສະເພາະກິດປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດ ( Covid-19 )

    ຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນບ້ານພັດທະນາບ້ານໂຢງ ເພື່ອຊຸກຍູ້ເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນໂຄວິດ 19 ທົ່ວເມືອງ ພ້ອມທັງຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ 19.ສຳລັບເຄື່ອງທີ່ມອບໃນຄັ້ງນີ້:

    ປະກອບມີນ້ຳດື່ມ 40 ແກັດ,ໝີ່ສຳເລັດຮູບ 15 ແກັດ ແລະ ເຄື່ອງລວມຈຳນວນ 120 ຖົງ ລວມມູນຄ່າ 7.000.000 ກີບ. ເຊີ່ງໄດ້ຮັບການອຸປະຖຳຊ່ວຍເຫຼືອຈາກ ຄອບຄົວຂອງທ່ານ ວຽງ ສີລາວົງ ແລະ ນາງ ໜູກັນ ສີລາວົງ ທີ່ອາໃສຢູ່ປະເທດສະຫະລັດອາເມລິກາ ( USA.

    .ໂດຍຕ່າງໜ້າກ່າວມອບຂອງ: ພຣະອາຈານ ບົວແກ້ວ ແກ້ວວົງສາ ຮອງເຈົ້າຄະນະເມືອງຊະນະສົມບູນ ຮັບມີ ທ່ານ ນາງ ພູໄພທອງ ພີມມະວົງສາ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ,

    ທ່ານ ໄຊຍາ ສິງມີໄຊ ຮອງເຈົ້າເມືອງໆຊະນະສົມບູນ.ມີຄະນະກຳມະການປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ຂັ້ນເມືອງ,ຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນບ້ານໂຢງເຂົ້າຮ່ວມ.

    ເຊີ່ງພິທີມອບ-ຮັບເຄື່ອງດັ່ງກ່າວມີຂື້ນໃນວັນທີ 19/05/2021,ຢູ່ທີ່ວັດ ສີລິມັງຄະລາລາມ ບ້ານພັດທະນາບ້ານໂຢງ ເມືອງຊະນະສົມບູນແຂວງຈຳປາສັກ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.