ແຂວງອັດຕະປື ໄດ້ຮັບການແບ່ງປັນວັກຊິນປ້ອງກັນໂຄວິດ-19 ຈາກລັດຖະບານທັງໝົດມີ 25 ພັນໂດສ,ເຊິ່ງມີວັກຊິນ ຊິໂນຟາມ 24 ພັນໂດສ,ມີເປົ້າໝາຍສັກໃນຈໍານວນ 12 ພັນຄົນ ແລະ ແອັດສຕາເຊເນກ້າ 1 ພັນໂດສ,ມີເປົ້າໝາຍສັກໃນຈໍານວນ 500 ຄົນ,ເຊິ່ງໃນທົ່ວແຂວງມີເປົ້າໝາຍສັກໃຫ້ໄດ້ທັງໝົດ 81.479 ຄົນ ແລະ ມາຮອດປັດຈຸບັນສາມາດສັກໄດ້ແລ້ວ 10.271 ຄົນ ຫຼື ເທົ່າກັບ 13% ຂອງແຜນ.
ໂດຍອີງຕາມການໃຫ້ສຳພາດເມື່ອວັນທີ 19 ພຶດສະພາ 2021 ນີ້ຂອງທ່ານນາງ ສົມພັນ ອ້ວນວິໄລ ຫົວໜ້າຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກ ແຂວງອັດຕະປື ໃຫ້ຮູ້ວ່າ: ປະຈຸບັນແຂວງອັດຕະປື ພວມກໍາລັງສຸມໃສ່ເປີດຕະລຸມບອນ ການສັກວັກຊິນປ້ອງກັນພະຍາດ ໂຄວິດ 19 ຢ່າງເປັນຂະບວນກວ້າງຂວາງ ໂດຍໄດ້ເປີດຈຸດບໍລິການສັກວັກຊິນໃຫ້ປະຊາຊົນໃນກຸ່ມອາຍຸລະຫວ່າງ 18-60 ປີ,ລວມມີ 6 ຈຸດຄົງທີ່ທົ່ວແຂວງ ເຊິ່ງມີ: ໂຮງໝໍແຂວງ,ໂຮງໝໍທະຫານແຂວງ ແລະ ໂຮງໝໍຊຸມຊົນ 4 ຕົວເມືອງ,ມາຮອດວັນທີ 18 ພຶດສະພານີ້ສາມາດສັກໄດ້ທັງໝົດ 10.271 ຄົນ,ໃນນັ້ນ,ຈຸດໂຮງໝໍແຂວງ ແລະ ໂຮງໝໍ 4 ເມືອງສັກໄດ້ 9.037 ຄົນ,ໂຮງໝໍທະຫານແຂວງ ສັກໄດ້ 1.234 ຄົນ.
ທ່ານ ສົມພັນ ອ້ວນວິໄລ ຫົວໜ້າຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກ ແຂວງອັດຕະປື ໃຫ້ຮູ້ອີກວ່າ: ການສັກວັກຊິນ ແມ່ນເພື່ອສ້າງພູມຄຸມກັນໃຫ້ຮ່າງກາຍ ມີພູມຕ້ານທານຕໍ່ພະຍາດໂຄວິດ-19,ດັ່ງນັ້ນ,ຈຶ່ງຂໍເຊີນຊວນພະນັກງານ-ລັດຖະກອນ,ທະຫານ-ຕໍາຫຼວດ,ບໍລິສັດ ພາກລັດ ແລະ ເອກະຊົນ ຕະຫຼອດຮອດປະຊາຊົນລາວ ແລະ ຄົນຕ່າງປະເທດ ທີ່ດໍາລົງຊີວິດຢູ່ ແຂວງອັດຕະປື ໃຫ້ພ້ອມກັນເປັນເຈົ້າການມາຮັບການສັກວັກຊິນປ້ອງກັນໂຄວິດ-19 ໂດຍບໍ່ເສຍຄ່າຕາມສະຖານທີ່ບໍລິການຕ່າງໆໃນໂມງລັດຖະການ .
ຂ່າວ: ສີຫົງ