ອີງຕາມການລາຍງານຂອງເພຈ ໂຮງໝໍແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 20 ພຶດສະພາ2021 ໂຮງໝໍພາກສະໝາມວິທະຍາໄລການເງິນພາກໃຕ້ ໄດ້ສົ່ງຜູ້ຕິດເຊື້ອທີ່
ປີ່ນປົວຫາຍດີ ແລະ ກວດ ໂ ຄ ວ ິ ດ ເປັນຜົນລົບ ຈຳນວນ 28ຄົນກັບເມືອຈຳກັດບໍລິເວນຢູ່ບ້ານ.ເຂົ້າຮ່ວມມອບສົ່ງໂດຍ ທ່ານ ດຣ ຈັນປະສົງ ຈຽມສີສຸລາດ ຮອງຜູ້
ອຳນວຍການໂຮງໝໍຈຳປາສັກ ພ້ອມດ້ວຍທີມງານແພດທີ່ປະຈຳໂຮງໝໍພາກສະໝາມໂດຍມີອຳນາດການປົກຄອງບ້ານຂອງແຕ່ລະຄົນ, ຕ່າງໜ້າຄອບຄົວມາຮັບເອົາ ແລະ
ເຮັດບົດບັນທຶກເປັນຫລັກຖານ.ໂດຍໃຫ້ກັບເມືອສືບຕໍ່ກັກໂຕຢູ່ບ້ານ 14 ວັນ ປະຕິບັດມາດຕະການດຳລົງຊີວິດແບບໃໝ່ ໃສ່ຜ້າປິດປາກ-ດັງ , ຮັກສາໄລຍະຫ່າງ, ລ້າງມື
ເລື້ອຍໆດ້ວຍສະບູ ເຈວ ຫຼື ເຫລົ້າ 70%, ຕິດຕາມອາການ ຖ້າມີອາການໃຂ້, ໄອ, ຫາຍໃຈຜຶດ ໃຫ້ແຈ້ງອຳນາດການ.ວັນທີ20ພຶດສະພາ ແຂວງຈຳປາສັກພົບກໍລະນີຕິດເຊື້ອໂ ຄ ວ ິ ດ ຈຳນວນຶ6 ກໍລະນີ(ທັງໝົດແມ່ນແຮງງານລາວເດີນທາງມາຈາກປະເທດໄທແບບຖືກຕ້ອງຕາມກົດໝາຍ)