ວັນຈັນ:ການງານ ພົບອຸປະສັກທີ່ຕ້ອງພົບເລື່ອງການງານໃນຊ່ວງນີ້ ມີເລື່ອງກັງວົນໃຈທີ່ຕ້ອງລໍຖ້າແກ້ໄຂບັນຫາສະເພາະໜ້າ ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ຄວນວາງແຜນການໃຊ້ຈ່າຍ ແລະເຮັດບັບຊີຮັບຈ່າຍໃຫ້ເຫັນຄ່າໃຊ້ຈ່າຍຢ່າງຊັດເຈນ ຄວາມຮັກ ຊີວິດຮັກໃນຊ່ວງນີ້ຢູ່ໃນຢູ່ໃນຊ່ວງກາງໆ ເພາະຍັງມຸ້ງມັ່ນ ຫລືໃຫ້ຄວາມສຳຄັນໃນເລື່ອງການງານຫລາຍກວ່າ
ວັນຄານ:ການງານ ການງານມີຄວາມຊັກຊ້າ ແຕ່ທ່ານກໍຈະໄດ້ຮັບປະສົບການໃໝ່ໆ ທາງດ້ານການງານທີ່ຕ້ອງມີຄວາມລະອຽດຮອບຄອບໃຫ້ດີຂຶ້ນກວ່າກ່ອນ ການເງິນ ມີໂຊກຈະໄດ້ເງີນ ເປັນມື້ໂຊກດີຫລາຍໆ ຂອງທ່ານອີກມື້ໜຶ່ງເລີຍ ຄວາມຮັກ ຖ້າຈະພົບໃຜເຂົ້າມາໃນຊ່ວງນີ້ໂດດເດັ່ນເປັນຄົນຜິວຂາວ ເຂົ້າໃຈທ່ານເປັນຢ່າງດີ ແຕ່ບາງເທື່ອຈະເອົາແຕ່ໃຈໄປແດ່
ວັນພຸດ:ການງານ ການຕິດຕໍ່ການງານຕ່າງໆ ໃນຊ່ວງນີ້ກໍ່ໃຫ້ເກີດຜົນດີີ ອາດຈະຊ້າແດ່ກໍຕາມ ການເງິນ ຈະໄດ້ເງີນເຂົ້າມາຢ່າງຕໍ່ເນື່ອງຈາກທຸລະກິດການງານຂອງທ່ານໂດຍສະເພາະຈາກວຽກງານຕ່າງໆ ຄວາມຮັກ ຈະໄດ້ພົບໃຜບາງຄົນ ແຕ່ຍັງມີເວລາໃຫ້ກັນບໍ່ເທົ່າໃດເພາະເລື່ອງງານທີ່ດຶງເວລາໄປເກືອບໝົດນັ້ນເອງ
ວັນພະຫັດ:ການງານ ງານທີ່ເໝາະກັບທ່ານທີ່ເກີດໃນມື້ນີ້ຄືງານດ້ານເບື້ອງຫຼັງ ການເປັນຄົນໜ້າເຊື່ອຖືຈະເຮັດໃຫ້ຕິດຕໍ່ການງານປະສົບຄວາມສຳເລັດດີ ການເງິນ ໄດ້ເຂົ້າມາກໍຕ້ອງຈ່າຍອອກໄປຢ່າງວ່ອງໄວ ເປັນການໝຸນເງີນໃຫ້ຜ່ານພົ້ນໄປໄດ້ໃນຊ່ວງນີ້ ຄວາມຮັກ ຖ້າຈະໄດ້ພົບໃຜໃນຊ່ວງນີ້ທີ່ຈະມີເຂົ້າມາ ມີເກນອາຍຸນ້ອຍກວ່າ ສະຫລຽວສະຫລາດເວົ້າເກັ່ງ
ວັນສຸກ:ການງານ ເຮັດວຽກສິ່ງໃດໃນຊ່ວງນີ້ຈະປະສົບຄວາມສຳເລັດຢູ່ໃນເກນທີ່ດີ ເພາະເປັນຄົົນທີ່ຕັ້ງໃຈນັ້ນເອງ ການເງິນ ຈະໄດ້ເງີນກ້ອນເຂົ້າມາໃນຊ່ວງນີ້ ແລະມີໂອກາດໄດ້ເຂົ້າມາຫລາຍກວ່າໜຶ່ງເທື່ອ ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ແຕ່ກໍຂຶ້ນຢູ່ກັບລາວວ່າຈະເລືອກທ່ານຫລືບໍ່
ວັນເສົາ:ການງານ ຊ່ວງນີ້ພຶ່ງພາຕົນເອງໃຫ້ໄດ້ຫລາຍທີ່ສຸດຈຶ່ງຈະມີຄວາມສຳເລັດ ແລະຕ້ອງເດິນທາງຫລາຍເປັນພິເສດ ການເງິນ ການບໍລິຫານຈັດການທາງດ້ານການເງີນຍັງຜ່ານພົ້ນໄປໄດ້ດ້ວຍດີ ແລະຍັງມີຄົນໃຫ້ການອຸບປະຖຳທາງດ້ານການເງີນ ຄວາມຮັກ ຖ້າຈະພົບໃຜໃນຊ່ວງນີ້ທີ່ຈະມີເຂົ້າມາ ທ່ານເປັນຄົນຮູບຮ່າງສັດທັດ ຜິວຂາວ ຫລືຜິວສອງສີ ເວົ້າຈາຕົງໄປຕົງມາ
ວັນອາທິດ:ການງານ ພົບອຸປະສັກເປັນທໍາມະດາ ຊຶ່ງກໍຄວນແກ້ໄຂໄປເທື່ອລະຢ່າງ ເທື່ອລະຂັ້ນຕອນແລ້ວຈະຜ່ານໄປໄດ້ດ້ວຍດີ ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ແຕ່ກໍຍັງພໍທີ່ຈະໝຸນຫາໃຫ້ທັນໃຊ້ຈ່າຍຢູ່ນັ້ນເອງ ຄວາມຮັກ ຖ້າຈະໄດ້ພົບໃຜໃນຊ່ວງນີ້ ທ່ານເປັນຄົນຮູບຮ່າງສັນທັດ ເກັ່ງ ມີຄວາມສາມາດ