ຂໍ້ມູນຈາກການສືບສວນພົບວ່າ ຜູ້ຕິ ດເ ຊື້ ອພ ະຍ າດ ໂ ຄວິ ດ-19 ສ່ວນຫຼາຍມາຈາກກິນດື່ມຊຸມແຊວ
ວັນທີ 19 ພຶດສະພາ 2021ສູນຂ່າວສານການແພດສຸຂະສຶກສາ, ກະຊວງສາທາລະນະສຸກ ເປີດເຜີຍຂໍ້ມູນການສືບສວນພົບວ່າ ຜູ້ ຕິ ດເ ຊື້ ອພ ະຍ າດໂ ຄວິ ດ ສ່ວນຫຼາຍຕິດຈາກການກິນດື່ມຊຸມແຊວ.
ການຊຸມແຊວນອກຈາກຈະເຮັດໃຫ້ທ່ານສ່ຽງແລ້ວ ຍັງເຮັດໃຫ້ທ່ານເສຍສຸຂະພາບ, ເສຍເງິນ ແລະ ເສຍເວລາອີກນຳ. ທ່ານສາມາດປະຕິເສດການຊຸມແຊວ ແລະ ກິນດື່ມກັບໝູ່ເພື່ອນຂອງທ່ານໄດ້ ເພື່ອຄວາມປອດໄພຂອງໂຕທ່ານເອງ ແລະ ຄົນໃນຄອບຄົວຂອງທ່ານ ເພາະເຮົາບໍ່ສາມາດຮູ້ໄດ້ວ່າແມ່ນໃຜແດ່ທີ່ຕິດ ເ ຊື້ ອ ນີ້. ເຮົາເຫັນນຳກັນແລ້ວວ່າທັງຜູ້ໜຸ່ມ ແລະ ຜູ້ສູງອາຍຸສາມາດເສຍຊີວິດຈາກພ ະຍ າດນີ້ໄດ້ໃນເວລາອັນສັ້ນ.