ຂອບໃຈເປັນຢ່າງສູງ ຕໍ່ຄະນະຊ່ຽວຊານແພດຈີນ ສໍາເລັດໜ້າທີ່ ຕ ້ າ ນ ໂ ຄ ວ ິ ດ ຊ່ວຍລາວ ແລະ ກັບປະເທດຈີນ ວັນທີ 18 ພຶດສະພາ 2021 ຄະນະຊ່ຽວຊານການ
ແພດທີ່ລັດຖະບານ ສປ ຈີນ ສົ່ງມາຊ່ວຍເຫຼືອ ສປປ ລາວ ໃນການຕ ້ າ ນ ໂ ຄ ວ ິ ດ ໄດ້ສໍາເລັດໜ້າທີ່ແລ້ວແລະ ໄດ້ເດີນທາງກັບເມື່ອ ສປ ຈີນໂດຍມີ ທ່ານ ບຸນແຝງ
ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ພ້ອມດ້ວຍຄະນະ ໄປສົ່ງພວກເຂົາເຈົ້າທີ່ສະໜາມບິນສາກົນວັດ
ໄຕ ນະຄອນຫຼວງວຽງຈັນ ເຊິ່ງຄະນະຜູ້ຊ່ຽວຊານການແພດຈີນຊຸດນີ້ປະກອບມີ 25 ທ່ານ ເຊິ່ງເປັນຊ່ຽວຊານໃນດ້ານລະບາດວິທະຍາ, ການຂ້າເຊື້ອ, ກວດກາຈາກຫ້ອງກວດ
ວິເຄາະ, ການຄຸ້ມຄອງການຕິດເຊື້ອ, ພະແນກມໍລະສຸມ ແລະ ອື່ນໆ. ເປັນເວລາ 2 ອາທິດທີ່ປະຕິບັດໜ້າທີ່ຢູ່ລາວ, ພວກເຂົາເຈົ້າໄດ້ສໍາຫຼວດຄົ້ນຄວ້າຢູ່ໂຮງໝໍປິ່ນປົວ,
ໂຮງໝໍພາກສະໜາມ, ຫ້ອງທົດລອງກວດພະຍາດ, ສະຖານທີ່ສັກຢາວັກແຊັງ, ສະຖານທີ່ກັກບໍລິເວນ ແລະ ອື່ນໆຫຼາຍກວ່າ 40 ໜ່ວຍງານ ເພື່ອເກັບກໍາຂໍ້ມູນ ພ້ອມແລກ
ປ່ຽນຄໍາເຫັນທາງດ້ານວິຊາການກັບພາກສ່ວນທີ່ກ່ຽວຂ້ອງ; ໄດ້ຝຶກອົບຮົມວິຊາສະເພາະໃຫ້ແກ່ບຸກຄະລາກອນດ້ານການແພດ, ສາທາລະນະສຸກ ແລະ ຂະແໜງທີ່ກ່ຽວຂ້ອງຫຼາຍ
ກວ່າ 20 ຄັ້ງ, ເປັນຕົ້ນແມ່ນການຄວບຄຸມການລະບາດຢູ່ໂຮງໝໍ, ການຈໍາແນກຄົນເຈັບອາການໜັກແລະອື່ນໆ; ອີງຕາມການປຶກສາຫາລືແລກປ່ຽນຂໍ້ມູນ, ການລົງໄປ
ເຄື່ອນໄຫວເຮັດວຽກຕົວຈິງກໍຄືຂໍ້ສະເໜີຂອງຝ່າຍລາວ, ປະສົມປະສານກັບບັນດາມາດຕະການແລະວິທີການຄວບຄຸມການລະບາດພະຍາດ ໂ ຄ ວ ິ ດ, ໄດ້ສ້າງເປັນ “ການ
ແນະນໍາວຽກງານການຊ່ວຍເຫຼືອປິ່ນປົວຜູ້ຕິດເຊື້ອ ໂ ຄ ວ ິ ດ ພ້ອມຄໍາແນະນໍາການປ້ອງການຄວບຄຸມພະຍາດສະເພາະດ້ານລວມ 12 ສະບັບ ເພື່ອໃຫ້ຝ່າຍລາວພິຈາລະນາ.