ພາບຄວາມເສຍຫາຍ! ຫຼັງຈາກພາຍຸລະດູຮ້ອນ ພັດຖະຫຼົມ ບ້ານດອນສັນ ເມືອງໂຂງຈາກປະຊາຊົນ ບ້ານດອນສັນ ເມືອງໂຂງ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 18 ພຶດສະພາ 2021 ນີ້ວ່າມີພາຍຸລົມແຮງໄດ້ພັດເຂົ້າເຂດບ້ານດັ່ງກ່າວ ຢ່າງໜັກ. ພາຍຸໄດ້ສ້າງຄວາມເສຍຫາຍແກ່ເຮືອນຊານ ແລະສະຖານທີ່ປູກຝັງ, ເຮືອນຫຼາຍຫຼັງ
ຖືກພາຍຸພັດເພເສຍຫາຍ. ສ່ວນຄວາມເສຍຫາຍລາຍລະອຽດເຈົ້າໜ້າທີ່ກ່ຽວຂ້ອງຈະກວດສອບຕໍ່ໄປ. ກ່ອນຫນ້ານີ້, ກົມອຸຕຸນິຍົມ ແລະອຸທົກກະສາດ ກໍ່ໄດ້ແຈ້ງເຕືອນໄລຍະນີ້ໃຫ້ທຸກພາກຂອງປະເທດລາວກຽມຮັບມືກັບພາຍຸລະດູຮ້ອນທີ່ອາດຈະເກີດຂຶ້ນແບບກະທັນຫັນ ໃຫ້ກຽມພ້ອມຮັບມືທຸກສະຖານະການ
ພາບຄວາມເສຍຫາຍ ຫຼັງຈາກພາຍຸລະດູຮ້ອນ ພັດຖະຫຼົມ ບ້ານດອນສັນ ເມືອງໂຂງ
ພາບຄວາມເສຍຫາຍ ຫຼັງຈາກພາຍຸລະດູຮ້ອນ ພັດຖະຫຼົມ ບ້ານດອນສັນ ເມືອງໂຂງ
ພາບຄວາມເສຍຫາຍ ຫຼັງຈາກພາຍຸລະດູຮ້ອນ ພັດຖະຫຼົມ ບ້ານດອນສັນ ເມືອງໂຂງ