ວັນທີ 17 ພຶດສະພາ 2021 ນະຄອນຫລວງວຽງຈັນ ລ ັອ ກ ດ າ ວ ພື້ນທີ່ສີແດງ 14 ມື້ ໂດຍມີ 3 ລະດັບຄື ບ້ານແດງເຂັ້ມ, ບ້ານແດງ ແລະ ບ້ານເຫລືອງ 14 ມື້ເຊິ່ງປະກອບມີບ້ານດັ່ງນີ້:
1.ປະກາດລັອກເຂດ, ບ້ານ, ຄຸ້ມບ້ານແດງເຂັ້ມ: ບ້ານຝາຍ 14 ວັນ (ເຂດ, ບ້ານຕິດເຊື້ອ ພ ະ ຍ າ ດ ໂ ຄ ວ ິ ດ ຫຼາຍ)
2. ປະກາດເຂດ, ບ້ານແດງ: (ເຂດ, ບ້ານຕິດກັບເຂດ, ບ້ານແດງເຂັ້ມໄດ້ແກ່ໄດ້ແກ່ ບ້ານໂພນໄຊ, ດົງປາລານ, ໜອງຈັນ ແລະ ໂພນສີນວນ ເມືອງໄຊເສດຖາ) ເຈົ້າໜ້າທີ່ລັດ ແລະ ຜູ້ເຮັດວຽກໃນເຂດພື້ນທີ່ສີແດງ ຈະບໍ່ໄດ້ຮັບອະນຸຍາດໃຫ້ອອກໄປເຮັດວຽກ, ໃນຂະນະທີ່ຕະຫຼາດໃນບ້ານດັ່ງກ່າວ, ລວມທັງ ຂົວດິນ ແລະ ທັງໂຮງງານແມ່ນຈະໄດ້ປິດ.
3. ປະກາດເຂດ, ບ້ານເຫຼືອງ: (ເຂດ, ບ້ານຕິດກັບເຂດ, ບ້ານແດງໄດ້ແກ່ບ້ານໂພນສະຫວັນເໜືອ, ເກົ້າຍອດ, ເພຍວັດ, ທາດຂາວ, ສາຍລົມ, ໂພນສະອາດ, ໜອງບອນ, ນາໄຊ ແລະ ສະພັງໝໍ້) ກວມຮອດກະຊວງກະສິກໍາ, ຍທຂ,່ ການຄ້າ, ການຕ່າງປະເທດ ແລະ ເຂດກົງສູນໄທ.