ຝຶກອົບຮົມການຄຸ້ມຄອງກໍລະນີພະຍາດ ໂ ຄ ວ ິ ດ ໃຫ້ທີມແພດທີ່ຈະລົງໄປປະຈໍາຢູ່ໂຮງໝໍພາກສະໜາມ ຂປລ. ໃນວັນທີ 15 ພຶດສະພາ 2021, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ໄດ້ຝຶກອົບຮົມການຄຸ້ມຄອງກໍລະນີພະຍາດ ໂ ຄ ວ ິ ດ ໃຫ້ແກ່ນັກສຶກສາແພດທີ່ຈະລົງໄປປະຈຳຢູ່ໂຮງໝໍພາກສະໜາມ, ເຊິ່ງແພດທີ່ລົງ
ປະເຮັດໜ້າທີ່ຢູ່ພາກສະໜາມ ຈະຕ້ອງໄດ້ຮຽນຮູ້ກ່ຽວກັບການຈັດລະດັບຄວາມຮ້າຍແຮງຂອງພະຍາດ, ການຄຸ້ມຄອງກໍລະນີພະຍາດ, ການປະຕິບັດການກັນການຕິດເຊື້ອແບບມາດຕະຖານ, ກັນການຕິດເຊື້ອຕາມເສັ້ນທາງຕິດຕໍ່, ການໃສ່ຊຸດປ້ອງກັນຕົນເອງ ແລະ ມາດຕະການອື່ນໆເພື່ອໃຫ້ພະນັກ ງານແພດມີຄວາມປອດໄພຈາກການຕິດເຊື້ອໃນສະຖານທີ່ປິ່ນປົວ.
ຝຶກອົບຮົມການຄຸ້ມຄອງກໍລະນີພະຍາດ ໂ ຄ ວ ິ ດ ໃຫ້ທີມແພດທີ່ຈະລົງໄປປະຈໍາຢູ່ໂຮງໝໍພາກສະໜາມ
ຝຶກອົບຮົມການຄຸ້ມຄອງກໍລະນີພະຍາດ ໂ ຄ ວ ິ ດ ໃຫ້ທີມແພດທີ່ຈະລົງໄປປະຈໍາຢູ່ໂຮງໝໍພາກສະໜາມ
ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ