ວັນຈັນ:ການງານ ຈະເຮັດສິ່ງໃດໃນຊ່ວງນີ້ມີແຕ່ຄວາມສຳເລັດ ທຸລະກິດການງານທີ່ກ່ຽວຂ້ອງກັບແຟຊັ່ນຄວາມສວຍງາມ ວົງການບັນເທີງ ດ້ານອາຫານຈະມີຄວາມສຳເລັດທີ່ດີ
ການເງິນ ລະວັງການລົງນາມ ເອກະສານສັນຍາ ແລະການຄ້ຳປະກັນຕ່າງໆ ກ່ຽວກັບເລື່ອງການເງີນໃນຊ່ວງນີ້ ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ຫລືສານຄວາມສຳພັນໃຫ້ເກີດຄວາມລົງຕົວ ແລະຫວານຊື່ນ
ວັນຄານ:ການງານ ຢຸ່ງວຸ້ນວາຍກ່ຽວກັບການເຈລະຈາຕ່າງໆ ໃນເລື່ອງການງານ ແລະໃຫ້ພະຍາຍາມສ້າງຜົນງານທີ່ໂດດເດັ່ນໃຫ້ໄດ້ ການເງິນ ຍັງພໍທີ່ຈະໝຸນຫາໃຫ້ຜ່ານພົ້ນໄປໄດ້ໃນຊ່ວງນີ້ ແຕ່ກໍຕ້ອງປະຫຢັດ ຄວາມຮັກ ລະວັງໃນເລື່ອງຄຳເວົ້າ ຊຶ່ງຄວນໃຊ້ຄຳເວົ້າທີ່ຮັກສານ້ຳໃຈກັນໄວ້ ຈະເຮັດໃຫ້ຄວາມສຳພັນດີຂຶ້ນໄດ້
ວັນພຸດ:ການງານ ຄວາມສະຫລາດໃນເລື່ອງຂອງການເຈລະຈາ ຄວາມຄ່ອງແຄ່ວໃນເລື່ອງການເຮັດວຽກງານຈະມີຄົນໃຫ້ຄວາມສຳຄັນ ເພາະເຫັນຄວາມສາມາດ ການເງິນ ຄິດຫາວິທີແນວທາງຫາລາຍໄດ້ພິເສດເຂົ້າມາເພິ່ມ ບໍ່ຄວນຫຍໍ້ທໍ້ ເພາະຈະສາມາດສ້າງຄວາມຫມັ້ນຄົງໃຫ້ຊີວິດດີຂຶ້ນ ຄວາມຮັກ ການເປັນຄົນເຂົ້າໃຈໂລກ ອາລົມດີ ສຸຂຸມອ້ອມຄອບ ຈະເຮັດໃຫ້ຄວາມສຳພັນດ້ານຄວາມຮັກດີຂຶ້ນໄດ້
ວັນພະຫັດ:ການງານ ຈະຈັບງານຫຍັງໃນຊ່ວງນີ້ເປັນເງີນເປັນທອງໄປທຸກຢ່າງ ຢູ່ດີໆ ກໍມີຄົນນຳໂອກາດທີ່ດີມາໃຫ້ທີ່ຈະກໍ່ໃຫ້ເກີດຄວາມສຳເລັດດ້ານການງານ ການເງິນ ຜູ້ໃຫຍ່ໃຫ້ການຊ່ວຍເຫລືອ ຫລືອຸບປະຖຳທາງດ້ານການເງີນ ແຕ່ທ່ານກໍຕ້ອງລະມັດລະວັງໃນການເລື່ອງການໃຊ້ຈ່າຍເປັນພິເສດ ຄວາມຮັກ ຖ້າຈະພົບໃຜໃນຊ່ວງນີ້ມີໂອກາດພົບຄົນອາຍຸຕ່າງກັນທີ່ຈະອາຍຸນ້ອຍກວ່າທ່ານ ນັ້ນເອງ
ວັນສຸກ:ການງານ ເມື່ອໄດ້ເຮັດວຽກໃນສິ່ງທີ່ມັກກໍຈະໃຫ້ເກີດຄວາມສຳເລັດ ແຕ່ໃນສະພາວະແວດລ້ອມການເຮັດວຽກງານຈະເຮັດໃຫ້ຮູ້ສຶກກົດດັນຫລາຍໆ ການເງິນ ລະມັດລະວັງໃນເລື່ອງການໃຊ້ຈ່າຍເງີນ ຊ່ວງນີ້ມີເລື່ອງຕຶງຄຽດ ເພາະຕ້ອງໝຸນເງີນແບບສຸດຕົວ ຄວາມຮັກ ຄິດຮອດຄວາມເປັນອິດສະຫລະຫລາຍກວ່າທີ່ຈະຄິດເຖິງໃຜໃນຊ່ວງນີ້ ຈຶ່ງຍັງບໍ່ຕັດສິນໃຈທີ່ຈະເລືອກໃຜກໍເປັນໄປໄດ້
ວັນເສົາ:ການງານ ມີໂອກາດປ່ຽນແປງໂຍກຍ້າຍເດິນທາງ ຮູ້ສຶກເມື່ອຍເປັນທຳມະດາ ແຕ່ການເດິນທາງໃນຕອນນີ້ຈະນຳໂຊກ ແລະຄວາມສຸກຄວາມສຳເລັດທາງດ້ານການງານມາໃຫ້ນັ້ນເອງ ການເງິນ ຈະໄດ້ເງີນເຂົ້າມາເລື່ອຍໆ ມີທັງຈ່າຍທັງຮັບຈ່າຍສະລັບປັບປ່ຽນກັນໄປ ແຕ່ກໍຍັງໝຸນຫາໃຊ້ຈ່າຍໄດ້ທັນຢູ່ ຄວາມຮັກ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈໃນຊ່ວງນີ້ທີ່ຈະມີເຂົ້າມາໃຫ້ເລືອກຫລາຍກວ່າໜຶ່ງຄົນກໍເປັນໄປໄດ້
ວັນອາທິດ:ການງານ ລະວັງໃນເລື່ອງຂອງເຊັນເອກະສານສັນຍາຕ່າງໆ ທີ່ຈະສົ່ງຜົນຕໍ່ຄວາມຊ້າ ເລື່ອງທຸລະກິດການງານຕ້ອງມີຄວາມຮອບຄອບໃຫ້ຫລາຍ ການເງິນ ມີໂຊກຈະໄດ້ເງີນເຂົ້າມາ ແຕ່ກໍຈະໂຊກດີ ເພາະມີຄົນເຂົ້າມາໃຫ້ຄວາມຊ່ວຍເຫລືອເລື່ອງການເງີນແກ່ທ່ານ ຄວາມຮັກ ໂດດເດັ່ນເປັນຄົນຜິວຂາວທີ່ຈະພົບໃນຊ່ວງນີ້ ລາວຈະນຳຄວາມສຸກ ແລະຄວາມປາດຖະຫນາດີມາສູ່ທ່ານ