ພິທິມອບ-ຮັບໜ້າທີ່ ປະທານອົງການກາແດງລາວຜູ້ເກົ່າ ແລະຜູ້ໃໝ່ ຈັດຂຶ້ນຕອນບ່າຍວັນທີ 14 ພຶດສະພາ 2021 ທີ່ອົງການກາແດງລາວ ກະຊວງແຮງງານ ແລະສະຫວັດ
ດີການ ສັງຄົມໂດຍການເຂົ້າຮ່ວມ ແລະເປັນປະທານ ຂອງທ່ານນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ພ້ອມດ້ວຍພາກສ່ວນ
ກ່ຽວຂ້ອງ.ໃນພິທີຄັ້ງນີ້ ໂດຍປະຕິບັດຕາມດໍາລັດຂອງນາຍົກລັດຖະມົນຕີ ທີ່ໄດ້ອະນຸມັດໃຫ້ທ່ານຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວຜູ້ເກົ່າ ອອກພັກການ-ຮັບອູດ
ໜູນບໍານານ ແລະແຕ່ງຕັ້ງຍົກຍ້າຍທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນປະທານອົງການກາແດງລາວຜູ້ໃໝ່ ຕາມກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ.