ພະນັກງານສົ່ງອາຫານ foodpanda ໄດ້ຮັບການສັກວັນຊີນແລ້ວ! ໃນວັນທີ 7 ພຶດສະພາ 2021, ບໍລິສັດ ເດລີເວີຣີ ຮີໂຣ ລາວ ຈຳກັດຜູ້ດຽວ ຫຼື foodpanda ຮ່ວມມື
ກັບ ກະຊວງສາທາລະນະສຸກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດຕັ້ງປະຕິບັດໂຄງການຊັກວັກຊີນໃຫ້ກັບ ພະນັກງານສົ່ງອາຫານຟູດແພນດ້າ ຫຼື ໄຣເດີ້ ພາຍໃນ
ນະຄອນຫຼວງວຽງຈັນ ແລະ ຄາດວ່າ ພະນັກງານສົ່ງອາຫານຢູ່ຕ່າງແຂວງຈະໄດ້ຮັບການຊັກວັກຊີນໃນໄວໆນີ້.ໃນທ່າມກາງການແຜ່ລະບາດຂອງພະຍາດ ພາຍໃນປະເທດຢ່າງ
ຕໍ່ເນື່ອງ, ອີກພາກສ່ວນໜຶ່ງທີ່ຍັງຄົງເຮັດວຽກໜັກຮັບໃຊ້ສັງຄົມແມ່ນ ພະນັກງານໄຣເດີ້ ໃນການໄປຮັບ ແລະ ສົ່ງອາຫານໃຫ້ກັບປະຊາຊົນ ໃນແຕ່ລະຂົງເຂດ. ທັ້ງໃດທັ້ງນັ້ນ,
ເພື່ອເປັນການປ້ອງກັນໄຣເດີ້ຈາກພະຍາດ ແລະ ຊ່ວຍໃຫ້ ພະນັກງານໄຣເດີ້ເອງໄດ້ເຂົ້າເຖີງການສັກວັກຊີນໄດ້ງ່າຍ ແລະ ໄວຂຶ້ນ, ຟູດແພນດ້າຈຶ່ງ ໄດ້ຮ່ວມມືກັບ ພາກສ່ວນທີ່
ກ່ຽວຂ້ອງ ໃນການສັກວັກຊີນໃຫ້ກັບພະນັກງານສົ່ງອາຫານຟູດແພນດ້າເປັນຈຳນວນຫຼວງຫຼາຍ.