ສາວໄກ່ ໜ່ວຍກູ້ໄພໃຈບຸນ ຜູ້ອຸທິດຕົນທັງກາຍ ແລະ ໃຈ ຕໍ່ກັບການຊ່ວຍເຫຼືອຜູ້ຄົນຕະຫຼອດມາ
ສິ່ງທີ່ເຮັດໄປອາດມີແຕ່ນໍ້າເຫື່ອ ສິ່ງທີ່ໄດ້ເຫຼືອເຟືອນັ້ນຄືນໍ້າໃຈອັນສູງສົ່ງເດີ້
ຊົມເຊີຍສາວໄກ່ ພ້ອມທີມງານໜ່ວຍກູ້ໄພ ບັນເທົາທຸກ ແລະ ເຮົາຈະສູ້ໄປນຳກັນ! ໃນໄລຍະການແພ່ລະບາດຂອງພະຍາດໂຄວິດ ສາວໄກ່ ໄດ້ອອກມາເຮັດຊ່ວຍເຫຼືອສັງຄົມຢູ່ຕະຫຼອດ ທັງເປັນຜູ້ເຮັດອາຫານ ແຈກປະຊາຊົນ, ສີດຢາຂ້າເຊື້ອຕາມເຮືອນເພື່ອປ້ອງກັນພະຍາດໂຄວິດ-19 ຟຣີ, ທັງຊ່ວຍເປັນສື່ກາງລະດົມທຶນອີກແຮງ ເພື່ອສົ່ງໃຫ້ຜູ້ຂາດເຂີນໄດ້ຮັບແທ້.
ນອກນີ້ ຜູ້ກ່ຽວຍັງໄດ້ໂພສຜ່ານຂໍ້ຄວາມທີ່ວ່າ: “ທຸກຄັ້ງທີ່ບ້ານເມືອງເຮົາປະສົບບັນຫາ ເກີດບັນຫາຕ່າງໆ ຂ້ອຍບໍ່ເຄີຍຖິ້ມປະຊາຊົນໄປໃສ ຈື່ໄວ້ໂລດ
ຂໍສູ້ຢູ່ຂ້າງໆ ແລະ ອົດທົນໄປນຳກັນເດີ້ພີ່ນ້ອງ ຜູ້ຕິດກໍໃຫ້ກຳລັງໃຈ ກັນ ແລະ ຊ່ວຍເຫຼືອກັນ, ຜູ້ບໍ່ຕິດກໍຂໍໃຫ້ຮັກສາຕົນໃຫ້ພົ້ນຈາກໄພທັງປວງ.
ຂ້ອຍຈະສູ້ໄປນຳພວກເຈົ້າ ຂ້ອຍເລືອກປະຕິບັດຫຼາຍກວ່າຄຳເວົ້າ ເພາະຄຳເວົ້າໃຜກໍເວົ້າໃດ ແຕ່ການກະທຳມັນສຳຄັນກວ່າຄຳເວົ້າຫຼາຍ.”
ມ່ວນຂໍຂອບໃຈທຸກການຊ່ວຍເຫຼືອ ແລະ ການຮ່ວມມືກັນ ຈາກຈຸດນ້ອຍໆໃຫ້ເປັນພະລັງອັນໜຶ່ງອັນດຽວທີ່ກ້າວໄປຂ້າງຫນ້າຮ່ວມກັນ ຂໍໃຫ້ທຸກຄົນປອດໄພ.
ຮູບພາບ: SaoKai JaijaohuDe
ໂດຍ: ທີມຂ່າວບັນເທີງ muan.la