ນັບຖືນໍ້າໃຈ ທ່ານ ພັນທະຈິດ ອິນທິລາດ ເປີດໄຟຂຽວ ສ້າງສູນກິລາຄົບວົງຈອນ ລ້ານຊ້າງ ເປັນໂຮງໝໍພາກສະໜາມ ປົວຜູ້ຕິດເຊື້ອໂ ຄ ວ ິ ດ ຕ້ອງຂໍບອກເລີຍວ່າ ຍົກຍອດດວງໃຈຂອງພໍ່ແມ່ປະຊາຊົນລາວ ກໍຄື ຊາວນະຄອນຫຼວງ ໃຫ້ໄປເລີຍ ຕໍ່ການມິນໍ້າໃຈ ຂອງທ່ານ ພັນທະຈິດ ອິນທິລາດ ອະດິດປະທານສະໂມສອນ ບານເຕະ ລ້ານຊ້າງ ຢູ
ໄນເຕັດ ຊຸດແຊ໋ມ ລາວລີກ 1 ລະດູການ 2016 ແລະ ຮອງແຊ໋ມ ລາຍການ ລຸ່ມແມ່ນໍ້າຂອງ ຊີງແຊ໋ມສະໂມສອນ ອາຊຽນ 2016 ໃນການປະກອບສ່ວນຢ່າງຈິງໃຈເພື່ອສັງຄົມລາວ ໃນໄລຍະປະເທດຊາດມີໄພ ດ້ວຍການປັບປຸງ ແລະ ສ້າງສູນກິລາໃນຮົ່ມອາເນກປະສົງ ເປັນໂຮງໝໍພາກສະໜາມ ລ້ານຊ້າງ ແຫ່ງທຳອິດຂອງນະຄອນຫຼວງ ເພື່ອ
ປິ່ນປົວຜູ້ຕິດເຊື້ອໂ ຄ ວ ິ ດ ແລະ ໄດ້ມີພິທີມອບ-ຮັບເປັນທາງການ ໃນຕອນເຊົ້າມື້ນີ້ ວັນທີ 3 ພຶດສະພາ 2021 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ
ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ .ສູນກິລາອາເນກປະສົງ
ແຫ່ງນີ້ ໃຊ້ເວລາໃນການປັບປຸງກໍ່ສ້າງ ເພື່ອເນລະມິດ ເປັນໂຮງໝໍພາກສະໜາມ ລ້ານຊ້າງ ພຽງແຕ່ 7 ວັນ ກໍສຳເລັດ ໂດຍການຮ່ວມມືກັນລະຫວ່າງ ສູນກິລາລ້ານຊ້າງ LANEXANG CENTER, ກຸ່ມບໍລິສັດ AIF GROUP ແລະ ກຸ່ມບໍລິສັດ IHC Laos ໂດຍສາມາດຮອງຮັບ ແລະ ປິ່ນປົວຜູ້ປ່ວຍ ໄດ້ເຖິງ 306 ຕຽງ ກໍຄື 306 ຄົນ (ບໍ່ລວມຕຽງຫ້ອງສຸກເສີນ).
ທີ່ມາ Kickofflaos