ສຸດໂຊກຮ້າຍ! ປະຊາຊົນ ຢູ່ເມືອງປາກກະດິງ ຖືກຊ້າງປ່າທຳຮ້າຍ ເ ສ ຍ ຊີ ວິ ດ 2 ຄົນ ແລະ ໄດ້ຮັບບາດເຈັບ 4 ຄົນວັນທີ 30 ເມສາ 2021 ຜູ້ໃຊ້ເຟສບຸກຊື່: Kajsiab Lee ໄດ້ໂພສວ່າ: ຄອບຄົວຂອງເອື້ອຍ ມີລູກ 6 ຄົນ ຜູ້ຍິງທັງໝົດ ໄດ້ຖືກຊ້າງປ່າມາທຳຮ້າຍ ຈົນເ ສ ຍ ຊີ ວິ ດ 2 ຄົນ ສ່ວນຜູ້ເປັນແມ່ຍັງເຂົ້າຫ້ອງຜ່າຕັດ ອາການຂອງແມ່ທີ່ຈະຝື້ນຂຶ້ນມາເປັນປົກກະຕິແມ່ນຍັງບໍ່ຮູ້ເລີຍ ແລະ ອາການຂອງພໍ່ແມ່ນກະດູກຂາຫັກ ຕ້ອງໄດ້ຜ່າຕັດ ໂດຍມີລາຍລະອຽດດັ່ງນີ້.
1 ນ.ລີວື່ ອາຍຸ 14 ປີ ເປັນລູກສາວກົກເ ສ ຍ ຊີ ວິ ດ ຄາທີ່. 2. ນ. ວົວວື່ ອາຍຸ 12 ປີ ຜູ້ນີ້ປອດໄພແລ້ວ. 3. ນ. ປ່າວື່ ອາຍຸ 10ປີ ດຽວນີ້ອາການຍັງບໍ່ຮູ້ວ່າຈະໄດ້ຜ່າຕັດ ຫລື ບໍ່ , 4. ນ. ເກ້ຍວື່ ອາຍຸ 8 ປີເ ສ ຍ ຊິ ວິ ດຄາທີ່ , 5. ນ. ຢົ້ວວື່ ອາຍຸ 5 ປີ ດຽວນີ້ກໍ່ເຂົ້າຫ້ອງຜ່າຕັດ , 6. ນ. ເຢີວື່ ອາຍຸ 3 ປີ ດຽວນີ້ປອດໄພ
ເຫດເກີດຂື້ນ ຢູ່ ບ້ານ ທົ່ງນາມີ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ, ໂດຍປະຈຸບັນນີ້ ຄົນເຈັບແມ່ນໄດ້ຮັບການເຂົ້າປິ່ນປົວ ຢູ່ໂຮງໝໍແຂວງບໍລິຄຳໄຊທີມຂ່າວພວກເຮົາ ໄດ້ໂທສອບຖາມ ແລະ ໄດ້ຮັບຮູ້ວ່າ ເຫດການນີ້ເກີດຂຶ້ນແທ້ ເຊິ່ງເກີດຂຶ້ນກັບຄອບຄົວເອື້ອຍ ທີ່ໄດ້ໄປເຊົ່າດິນເພື່ອປູກມັນຕົ້ນ ຢູ່ປ່າຕິດເຂດນ້ຳຂອງຖືກຊ້າງປ່າມາທຳຮ້າຍໃນເວລາ 1-2 ໂມງເຊົ້າ ຂອງວັນທີ 1 ພຶດສະພາ 2021 ນີ້ ໂດຍບໍ່ທັນຮູ້ຈະແຈ້ງວ່າ ຊ້າງມາແຕ່ໃສ. ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ຖືກເຄາະຮ້າຍ ໃນຄັ້ງນີ້ດ້ວຍ.
ຂໍ້ມູນ ແລະ ພາບຈາກ: Kajsiab Lee ເບີໂທ 020 55 993 239