ກຳປູເຈຍ ຕິດເຊື້ອພະຍາດ ໂ ຄ ວ ິ ດ ວັນດຽວເກືອບ700ຄົນ ຂປລ.ຕາມຂ່າວຈາກ ພະນົມເປັນ, ວັນທີ29ເມສານີ້, ກະຊວງ ສາທາລະນະສຸກ ກຳປູເຈຍ ກວດພົບ ຜູ້ຕິດເຊື້ອ ໂ ຄ ວ ິ ດ ວັນດຽວ 698ຄົນ ໃນນີ້ ຄົນໜຶ່ງ ເປັນແຮງງານ ທີ່ເດີນທາງກັບ ຈາກຕ່າງປະເທດ ກາຍເປັນ ສະຖິຕິໃໝ່. ຂະນະທີ່ ລັດຖະບານ ກຳປູເຈຍ ເລັ່ງສັກ
ສັກຊິນ ປ້ອງກັນ ໂ ຄ ວ ິ ດ ໃຫ້ຊາວນະຄອນຫລວງ ພະນົມເປັນ ແລະ ແຂວງ ກັນດາລ ເຊິ່ງເປັນພື້ນທີ່ ສີແດງ ໝາຍເຖິງ ການແຜ່ລະບາດ ເປັນວົງກວ້າງ ແລະ ຮຸນ
ແຮງ. ປັດຈຸບັນ ກຳປູເຈຍ ມີວັກຊິນ ປ້ອງກັນ ໂ ຄ ວ ິ ດ ປະມານ 1,4 ລ້ານໂດສ ແລະ ພວມຈະມີ ວັກຊິນ ເຂົ້າມາ ໃນປະເທດ ເພີ່ມຂຶ້ນອີກ.ຂະນະນີ້ ກຳປູເຈຍ ມີຜູ້ຕິດເຊື້ອ ສະສົມ ຢ່າງໜ້ອຍ 11.761ຄົນ, ໄດ້ຮັບປິ່ນປົວດີແລ້ວ 4.698ຄົນ ແລະ ເສຍຊີວິດ 88ຄົນ
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ