ສຳນັກຂ່າວ News Asia ລາຍງານວັນທີ 21 ເມສາ ນີ້ວ່າ: ທ່ານ ນາຣັນ ທຣາໂມດີ, ນາຍົກລັດຖະມົນຕີ ອິນເດຍ ຢືນຢັນ ຍັງບໍ່ທັນປິດ ປະເທດ ເຖິງວ່າ ອັດຕາ ຜູ້ຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນເກືອບ 300.000 ຄົນຕໍ່ວັນແລ້ວ ແລະ ຍາກໃຫ້ຊາວອິນເດຍ ຍົກລະດັບ ຄວາມພະຍາຍາມ ໃນການຄວບຄຸມ ການແຜ່ລະບາດ ໂຄວິດ-19
ພາຍໃນປະເທດ ຂະນະທີ່ ນະຄອນຫລວງ ນີວແດນລີ, ລັດມະຫາຣາສະຕາຣະ ແລະ ລັດອຸຕຣະປະເທດ ໄດ້ອອກມາດຕະການ ປິດເມືອງ ຫລັງຈາກ ຍອດຜູ້ຕິດເຊື້ອເພີ່ມຂຶ້ນ ຢ່າງວ່ອງໄວ ໂດຍບັງຄັບ ໃຫ້ປິດທຸລະກິດ ທີ່ບໍ່ຈຳເປັນ ຕໍ່ການດຳລົງຊີວິດ ລວມທັງ ຕັ້ງຈຸດກວດ ຢ່າງເຂັ້ມງວດ ໃນຍາມກາງຄືນ ໃນບາງຈຸດ.ປັດຈຸບັນ ອິນເດຍ ປະຊາກອນ
1,3 ພັນລ້ານກວ່າຄົນ ພົບຜູ້ຕິດເຊື້ອ ທັງໝົດ 294.290 ຄົນ ພາຍໃນ 1 ວັນ ແລະ ນັບເປັນວັນທີ່ 7 ທີ່ມີຜູ້ຕິດເຊື້ອ ເກີນ 200.000 ຄົນຕໍ່ວັນ. ຂະນະທີ່ ອິນເດຍ ມີຜູ້ຕິດເຊື້ອ ທັງໝົດ 15,3 ລ້ານກວ່າຄົນ ແລະ ເສຍຊີວິດແລ້ວ 182.570 ຄົນ.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ