ນັບແຕ່ມື້ກ່ອນສະຫລອງປີໃໝ່ລາວສາມວັນຜ່ານມາ ປາກົດວ່າການແຜ່ລະບາດຂອງພະຍາດໂຄວິດ-19 ກໍເລີ່ມມີພຶດຕິກຳແຜ່ຂະຫຍາຍໃນລັກສະນະຮຸນແຮງຄືນມາອີກຮອບໜຶ່ງ ໂດຍສະເພາະໃນປະເທດອ້ອມຂ້າງ ແລະ ນັບທັງຢູ່ປະເທດລາວຂອງພວກເຮົາ. ຈາກສະຖິຕິຫລ້າສຸດມາຮອດວັນທີ 16 ເມສາ 2021 ກໍປາກົດມີຜູ້ຕິດເຊື້ອເພີ່ມຂຶ້ນອີກ 5 ຄົນ ເປັນລາຍທີ 54 ໃນຈຳນວນຜູ້ຕິດເຊື້ອທັງໝົດ. ເມື່ອເຫັນສະຖິຕິຄົນຕິດເຊື້ອຮອບໃໝ່ໃນບັນເາປະເທດອ້ອມຂ້າງ ແລະ ລາວເຮົາອອກມາຄືແນວນີ້ແລ້ວ ມັນກໍໜ້າເປັນ
ຫ່ວງ ເພາະວ່າຊ່ວງນີ້ເປັນໄລຍະໂອກາດມ່ວນຊື່ນສະຫລອງປີໃໝ່ ຫລື ກຸດສົງການຂອງບັນດາປະເທດໃນອາຊີທີ່ຖືສາສະໜາພຸດ ໂດຍສະເພາະແມ່ນຊາວລາວ, ຊາວໄທ,
ກຳປູເຈຍ, ມຽນມາ ແລະ ສ່ວນໜຶ່ງຂອງປະເທດຈີນ.ແຕ່ແນວໃດກໍຕາມ, ສຳລັບຢູ່ນະຄອນຫລວງວຽງຈັນເຮົາ ມາຮອດປັດຈຸບັນ ພາຍຫລັງທີ່ຮູ້ວ່າມີຜູ້ຕິດເຊື້ອເພີ່ມຕື່ມອີກ 3 ຄົນ, ຈຳປາສັກອີກ1 ແລະສາລະວັນ1ຄົນ ລວມເປັນ5ຄົນ, ທາງດ້ານມາດຕະການຄະນະສະເພາະກິດກໍໄດ້ສັ່ງປິດສະຖານທີ່ບັນເທີງທຸກບ່ອນພ້ອມໃຫ້ຄຳແນະນຳການ
ສະຫລອງປີໃໝ່ແບບເບົາບາງຕາມຮີດຄອງປະເພນີ, ຫ້າມລົງຖະໜົນຫໄດນໍ້າ, ຫ້າມແຫ່ແຫນຂະບວນຕ່າງໆ.ແຕ່ວ່າ ໃນໄລຍະສະຫລອງມ່ວນຊື່ນສົ່ງທ້າຍປີເກົ່າ 2563 ຕ້ອນຮັບປີໃໝ່ລາວ ພສ 2564ມາມວັນຜ່ານໄປ ມີພາບອອກມາຕາມເຟສບຸກເຫັນໄດ້ວ່າບາວເຂດແຂວງຍັງຂາດການ ເອົາໃຈໃສ່ຕ້ານໂຄວິດ-19ບໍ່ປະຕິບັດບັນດາມາດຕະການ ແລະ ຂໍ້ກຳນົດກົດລະບຽບຂອງຄະນະສະເພາະກິດ ກໍຄືຂອງພັກ ແລະ ລັດຖະບານວາງອອກໃຫ້ເຂັ້ມງວດ ແລະ ເດັດຂາດ. ສິ່ງທີ່ໜ້າເປັນຫວ່ງ ແລະ ຢ້ານກົວທີ່ສຸດອີກປະການ
ໜຶ່ງໃນການນຳເອົາພະຍາດໂຄວິດ-19 ມາຕິດຕໍ່ໃສ່ກັນແບບງ່າຍໆຢູ່ປະເທດເຮົາກໍແມ່ນຍັງທີຄົນຈັງໄຮຈຳນວນໜຶ່ງພາກັນລັກຂ້າມຂອງມາຈາກປະເທດໄທເຂົ້າມາລາວ ດັ່ງຕົວຢ່າງພວກເຮົາໄດ້ຮູ້ ແລະ ເຫັນໃນບາງໄລຍະທີ່ຜ່ານມາ.ເຖິງແມ່ນວ່າລາວເຮົາມີຜູ້ຕິດເຊື້ອໜ້ອຍກວ່າໝູ່ຖ້າທຽບໃສ່ໃນໂລກ, ພາກພື້ນ ແລະ ອາຊຽນກໍຕາມ ແຕ່ກໍຕ້ອງໄດ້
ເຝົ້າລະວັງຢ່າງໃກ້ຊິດ ເພາະວ່າຖ້າພວກເຮົາຫາກຖືເບົາຂາດສະຕິຍາມໃດກໍຈະເຮັດໃຫ້ພວກເຮົາມີຜົນກະທົບຢ່າງໃຫຍ່ຫລວງຕໍ່ຊີວິດອິນຊີຂອງພົນລະເມືອງ ທັງມີຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງປະເທດ.ເມື່ອເຫັນພາບທີ່ບໍ່ຖືກຕ້ອງຕາມລະບຽບອອກມາແນວນັ້ນກໍຫວັງແງະພາວະນາໃຫ້ທຸກຄົນທີ່ຢູ່ສະຖານທີ່ນັ້ນໆປາສະຈາກການຕິດເຊື້ອພະຍາດນັ້ນດ້ວຍ ແລະຂໍໃຫ້ຄົນລາວທຸກຄົນຜ່ານພົ້ນພະຍັນຕະລາຍຈາກພະຍາດໂຄວິດ-19 ໄດ້ຢ່າງປະຕິຫານ ດ້ວຍເຖີດ