ຟີລິບປິນ ຍົກເລີກຂໍ້ຫ້າມການຂຸດຄົ້ນບໍ່ແຮ່ຂປລ.ສຳນັກຂ່າວ ຣອຍເຕີ,ວັນທີ16ເມສານີ້, ທ່ານ ໂຣດຣີໂກ ດູເຕີເຕ, ປະທານາທິບໍດີ ຟີລິບປິນ ສັ່ງຍົກເລີກຂໍ້ຫ້າມ ການຂຸດຄົ້ນ ບໍ່ແຮ່ ທີ່ບັງຄັບໃຊ້ ແຕ່ປີ2012 ເປີດປະຕູ ຕ້ອນຮັບ ການລົງທຶນ ອີກຄັ້ງ ເພື່ອສ້າງລາຍໄດ້ ເຂົ້າໃນຄັງເງິນ ແຫ່ງຊາດ.ຂະນະທີ່ ຟີລິບປິນ ເປັນປະເທດ ຜູ້ຈັດສົ່ງ ແຮ່
ທາດ ນິກເກີລ ແຫ່ງໃຫຍ່ ທີ່ສຸດໃຫ້ກັບຈີນ ລວມທັງ ເປັນຜູ້ຜະລິດ ແຮ່ທາດທອງແດງ ແລະ ຄຳ ແຫ່ງໃຫຍ່ຂອງໂລກ.ຄຳສັ່ງໃໝ່ ດັ່ງກ່າວ ອະນຸຍາດ ໃຫ້ມີການຂໍສຳ
ປະທານ ຂຸດຄົ້ນບໍ່ແຮ່ໃໝ່ ແລະ ທົບທວນສັນຍາເກົ່າ ເພື່ອໃຫ້ມີການເຈລະຈາກັນໃໝ່ ແລະ ຍັງເນັ້ນໃຫ້ ກະຊວງ ສິ່ງແວດລ້ອມ ໃຫ້ກຳນົດເງື່ອນໄຂ ແລະ ກົດລະບຽບ ເຂັ້ມງວດ ກ່ຽວກັບ ຄວາມປອດໄພ ແລະ ນະໂຍບາຍ ດ້ານສິ່ງແວດລ້ອມ ໃນການຂຸດຄົ້ນ ບໍ່ແຮ່ ໃນຄັ້ງນີ້