Breaking News : ສປປ ລາວ ພົບການຕິດເຊື້ອ ໂຄວິດ-19 ໃໝ່ 2 ກໍລະນີ ໃນວັນທີ 11.04.2021 ເປັນສັນຊາດ ໄທ 1 ກໍລະນີ (ກໍລະນີ ທີ 50) ແລະ ສັນຊາດລາວ 1 ກໍລະນີ (ກໍລະນີ ທີ 51).ກໍລະນີທີ 51: ເປັນເພດຊາຍ ອາຍຸ 41 ປີ ສັນຊາດໄທ ນັກທຸລະກິດ, ໄປສຳຜັດໃກ້ຊິດ ກັບຄົນໄທ ຢູ່ຊາຍແດນ ມີຜູ້ໃກ້ຊິດສຳຜັດ 10 ຄົນ ກໍາລັງລໍຖ້າ ຜົນການກວດ ຜູ້ໃກ້ຊິດທັງໝົດ. ກໍລະນີທີ່ 52: ເປັນເພດຊາຍ ອາຍຸ 41 ປີ ສັນຊາດລາວ ເດີນທາງກັບມາຈາກ ປະເທດ ມົງໂກລີ ຜູ້ໃກ້ຊິດສຳຜັດ ມີທັງໝົດ 31 ຄົນ ແລະ ກໍາລັງລໍຖ້າຜົນກວດ. ຈົ່ງສະເຫຼີມສະຫຼອງປີໃໝ່ລາວ ດ້ວຍຄວາມລະມັດລະວັງ ຖ້າທ່ານ ມີອາການສົງໃສ ກ່ຽວກັບການຕິດເຊື້ອໂຄວິດ ຢ່າລືມ ໂທຫາສາຍດ່ວນ 165, 166 ຕະຫຼອດ 24 ຊົ່ວໂມງ.
ຂ່າວດ່ວນ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດໃໝ່ເພີ້ມອີກ 2 ກໍລະນີ
ຂ່າວດ່ວນ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດໃໝ່ເພີ້ມອີກ 2 ກໍລະນີ
ຂ່າວດ່ວນ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດໃໝ່ເພີ້ມອີກ 2 ກໍລະນີ