ຂປລ.ຕາມຂ່າວຈາກ ຈາກາຕາ,ໃນວັນທີ9ເມສາ,ສຳນັກງານ ອຸຕຸນິຍົມ ວິທະຍາ ຂອງອິນໂດເນເຊຍ ເຕືອນປະຊາຊົນວ່າ: ພາຍຸເຂດຮ້ອນ ຫລື ທຣອບປີໂຄລ ໄຊໂຄລນ(tropical cyclones) ຈະພັດຂຶ້ນຝັ່ງ ພາຍໃນອາທິດໜ້າ ອາດຈະເຮັດໃຫ້ ເກີດນ້ຳຖ້ວມ ແລະ ດິນເຈື່ອນ ໃນພື້ນທີ່ ພາກກາງ ຂອງປະເທດ ຫລັງຈາກ ພາຍຸ
ໄຊໂຄລນ ເຊີໂຣຈາ (Cyclone seroja)ໄດ້ພັດເຂົ້າ ຮຸນແຮງ ເຮັດໃຫ້ມີ ຜູ້ເສຍຊີວິດ 163 ຄົນ ໃນພື້ນທີ່ ຕາເວັນອອກ ຂອງປະເທດ. ຂະນະດຽວກັນ ເຈົ້າໜ້າທີ່ກູ້ໄພ ໄດ້ເຂົ້າຊ່ວຍເຫລືອ ຜູ້ທີ່ໄດ້ຮັບ ຜົນກະທົບ ແລະ ຄົ້ນຫາ ຜູ້ສູນຫາຍ ຕາມເກາະຕ່າງໆ ໃນແຂວງນູຊາ,ເຕັງກາຣາ ຕາເວັນອອກ ຫລັງຈາກ ພາຍຸ ໄຊໂຄລນ ເຊີໂຣຈາ ເຮັດໃຫ້ເກີດ ນ້ຳຖ້ວມ ແລະ ດິນເຈື່ອນ ສ້າງຄວາມເສຍຫາຍ ເປັນບໍລິເວນກວ້າງ
ອິນໂດເນເຊຍ ເຕືອນໄພສ່ຽງເກີດດິນເຈື່ອນຈາກພາຍຸໄຊໂຄລນຮອບໃໝ່
ອິນໂດເນເຊຍ ເຕືອນໄພສ່ຽງເກີດດິນເຈື່ອນຈາກພາຍຸໄຊໂຄລນຮອບໃໝ່
ອິນໂດເນເຊຍ ເຕືອນໄພສ່ຽງເກີດດິນເຈື່ອນຈາກພາຍຸໄຊໂຄລນຮອບໃໝ່