ຢສູນຂໍ້ມູນຂ່າວສານທາງການຄ້າ ເປີດເຜີຍວ່າ:ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນກຸມພາ ປີ 2021 ບັນລຸໄດ້ປະມານ 849 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 446 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 404 ລ້ານໂດລາ ແລະ ເກີນດຸນການຄ້າ ປະມານ 42 ລ້ານໂດລາ.
ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ໂຄງຮ່າງ (ຊິ້ນສ່ວນກ້ອງບັນທຶກພາບ), ຄຳປະສົມ (ຄຳແທ່ງ), ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ຢາງພາລາ ແລະ ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ…).
ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…),
ນ້ຳມັນແອັດຊັງ, ແອັດຊັງພິເສດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ນໍ້າຕານ, ຜະລິດຕະພັນທາງເຄມີ ແລະ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ.
5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກມີ ສປ ຈີນ ມູນຄ່າປະມານ 151 ລ້ານໂດລາ, ສສ ຫວຽດນາມ 99 ລ້ານໂດລາ, ໄທ 106 ລ້ານໂດລາ, ອິນເດຍ 8 ລ້ານໂດລາ ແລະ ຍີ່ປຸ່ນ 8 ລ້ານໂດລາ ແລະ
5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີ ປະເທດໄທ ມູນຄ່າປະມານ 243 ລ້ານໂດລາ, ສປ ຈີນ 78 ລ້ານໂດລາ, ສສ ຫວຽດນາມ 37 ລ້ານໂດລາ, ຢີ່ປຸ່ນ 9 ລ້ານໂດລາ ແລະ ອາເມລິກາ 10 ລ້ານໂດລາ.
ຂອບໃຈທີ່ມາ:Lao Youth Radio FM 90.0 Mhz