ຄົນເກີດວັນຈັນ:ການງານ ເຮັດທຸລະກິດຈະການຄ້າອາຫານໄດ້ຜົນກຳໄລດີ ການເງິນ ມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຊ້ຈ່າຍ ຄວາມຮັກ ພົບເລື່ອງເລີກລາ ຢ່າຮ້າງກັບຄົນທີ່ທ່ານຮັກ
ຄົນເກີດວັນອັງຄານ:ການງານ ເຮັດທຸລະກິດການຄ້າ ການສື່ສານອອນລາຍຈະພົບຄວາມສຳເລັດ ການເງິນ ຈະເສຍເງິນໃຫ້ກັບບໍລິວານ ທີ່ເຂົ້າມາຊ່ວຍເຫຼືອທ່ານ ຄວາມຮັກ ຕ້ອງລະວັງເລື່ອງຂອງຄໍາເວົ້າຕໍ່ຄົນທີ່ຮັກ
ຄົນເກີດວັນພຸດ:ການງານ ຕຽມວາງແຜນເພື່ອເລີ່ມເຮັດທຸລະກິດໃໝ່ໃນໄວໆນີ້ ການເງິນ ພົບເລື່ອງຮັບເງິນ ແລະ ຈ່າຍເງິນໃນໄລຍະເວລາທີ່ເລັ່ງດ່ວນ ຄວາມຮັກ ເກີດຄວາມຫ່າງເຫີນກັບຄົນຮັກຫຼາຍຂຶ້ນ
ຄົນເກີດວັນພະຫັດ:ການງານ ພົບການປ່ຽນແປງຍົກຍ້າຍໄດ້ເຮັດວຽກບ່ອນໃໜ່ໃນໄວໆນີ້ ການເງິນ ພົບຜູ້ອຸປະຖຳທາງການເງິນ ເຂົ້າມາຊ່ວຍໃນບາງເຫດການ ຄວາມຮັກ ໄດ້ພົບຄູ່ຄອງ ຫຼື ພົບຮັກແທ້ໃນໄວໆນີ້ອາດເປັນບຸກຄົນທີ່ທ່ານກໍຮູ້ຈັກ
ຄົນເກີດວັນສຸກ:ການງານ ຕ້ອງແກ້ໄຂບັນຫາສະເພາະໜ້າແບບເລັ່ງດ່ວນໃນດ້ານການງານ ການເງິນ ມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຊ້ຈ່າຍ ຄວາມຮັກ ໄດ້ພົບຮັກກັບຄົນທີ່ທ່ານເອງກໍຮູ້ຈັກ ແຕ່ຕ້ອງລະວັງເລື່ອງຂອງຄໍາເວົ້າ
ຄົນເກີດວັນເສົາ:ການງານ ມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງໃນໄວໆນີ້ ການເງິນ ຈະໄດ້ໂຊກໃໜ່ຕ້ອງເຮັດບຸນ ແລະ ເຄົາລົບພະໃນບ້ານໃຫ້ຫຼາຍ ຄວາມຮັກ ພົບເລື່ອງເລີກລາກັບຄົນຮັກຕ້ອງລະວັງເລື່ອງຄວາມຮັກຫຼາຍ
ຄົນເກີດວັນອາທິດ:ການງານ ພົບຄວາມຈະເລີນຮຸ່ງເຮືອງກ້າວໜ້າທາງດ້ານການງານ ການເງິນ ເດີນທາງໄກແລ້ວຈະໄດ້ເງິນເຂົ້າມາໃນການໃຊ້ຈ່າຍ ຄວາມຮັກ ມີໂອກາດພົບຄົນທີ່ມີສະເໜ່ເຂົ້າມາໃຫ້ຮູ້ສຶກດີ ແລະ ຮູ້ສຶກຮັກ