ສະເປນພົບເດັກເກີດໃໝ່ມີພູມຄຸ້ມກັນໂຄວິດ-19 ຈາກແມ່ທີ່ໄດ້ຮັບວັກຊີນໃນລະຫວ່າງຖືພາ.ວັນທີ 5 ເມສາ 2021, ເດັກເກີດໃໝ່ເພດຊາຍຄົນໜຶ່ງ ເຊິ່ງເກີດຢູ່ເກາະອິບິຊາ (Ibiza) ຂອງສະເປນ ໃນອາທິດຜ່ານມາ ໄດ້ກາຍມາເປັນເດັກເກີດໃໝ່ຄົນທຳອິດຂອງປະເທດທີ່ມີແອນຕິບໍດີປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຫລັງຈາກແມ່ຂອງລາວໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ໃນຊ່ວງສາມເດືອນສຸດທ້າຍຂອງການຖືພາ.ໜັງສືພິມ ABC ຂອງສະເປນ ລາຍງານວ່າ: ຜູ້
ຊ່ຽວຊານໄດ້ເກັບຕົວຢ່າງຈາກສາຍສະບືຂອງເດັກໄປວິເຄາະຢູ່ໂຮງໝໍ ຊອນເອສປາເຊສ (Hospital Son Espases) ໃນເກາະມາຢໍກາ ແລະ ຜົນອອກມາສາມາດຢືນຢັນໄດ້ວ່າ: ເດັກນ້ອຍຄົນດັ່ງກ່າວມີແອນຕິບໍດີຕໍ່ຕ້ານໂຄວິດ-19 ໃນຮ່າງກາຍ.ມານູເອລ ແກຣນດັດ ມາຣຕິນ ຮອງຜູ້ອຳນວຍການຂອງຄະນະກຳມະການໂຮງໝໍມາດຣິດ ກ່າວກັບນັກຂ່າວວ່າ: ເດັກນ້ອຍຄົນນີ້ມີພູມຄຸ້ມກັນທຽບເທົ່າຜູ້ທີ່ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19.
ປະເທດສະເປນພົບເດັກເກີດໃໝ່ມີພູມຄຸ້ມກັນໂຄວິດ ຈາກແມ່ທີ່ໄດ້ຮັບວັກຊີນໃນລະຫວ່າງທີ່ຖືພາ