ຂ່າວດີ ! ວັນທີ 2 ເມສາ 2021 ທີ່ຈະມາເຖິງນີ້, ຈະໄດ້ມີ ການສ້າງຂະບວນການສັກຢາກັນພະຍາດໂຄວິດ-19 ທີ່ໄດ້ຮັບການຊ່ວຍເຫຼືອຈາກອິນເດຍ AstraZeneca ຢູ່ໂຮງໝໍມິດຕະພາບ, ບັນດາໂຮງໝໍເມືອງ ລວມທັງ ໂຮງໝໍ ປກສ ແລະ ປກຊ ຢູ່ນະຄອນຫຼວງວຽງຈັນ ເຊິ່ງຈະມີການລົງທະບຽນການສັກວັກຊີນ ຜ່ານແອບພລີເຄຊັ່ນ ໂດຍ
ຖືບັດປະຈຳຕົວ ຫຼື ສຳມະໂນຄົວຂອງທ່ານໄປນຳ. ບັນດາທ່ານ ສາມາດຕິດຕາມຂໍ້ມູນເພິ່ມເຕີມ ໄດ້ທີ່ ເຟດບຸກຂອງ ສູນຂ່າວສານການແພດ ແລະ ສຸຂະສຶກສາ. ກຸ່ມຄົນໃດ ທີ່ຈະໄດ້ຮັບຢາ ວັກຊີນກ່ອນໝູ່ ເບິ່ງໄດ້ ຂ້າງລຸ່ມນີ້
ຂໍ້ມູນຈາກ: ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈໍາວັນພຸດ ວັນທີ 31 ມີນາ ປີ 2021
ຂ່າວດີ ວັນທີ 2 ເມສາ 2021 ນີ້ຈະມີການສັກຢາກັນພະຍາດໂຄວິດ ທີ່ໄດ້ຮັບການຊ່ວຍເຫຼືອຈາກອິນເດຍ