ໃນວັນທີ 27/03/2021 ທາງການປະເທດ ຍີ່ປຸ່ນ ໄດ້ລາຍງານການກວດພົບ ຜູ້ຕິດເຊື້ອ ໂຄວິດໃນມື້ດຽວ ສູງເປັນຈໍານວນ 2.000 ກວ່າຄົນ ແລະ ຖືເປັນເທື່ອທໍາອິດ ນັບຕັ້ງແຕ່ ເດືອນກຸມພາ 2021 ທີ່ຜ່ານມາ. ສະຖານະການນີ້ເກີດຂຶ້ນ ພາຍໃນເວລາ ບໍ່ຮອດອາທິດ ຫລັງຈາກ ປະເທດຍີ່ປຸ່ນ ປະກາດ ຍົກເລີກ ສະຖານະການ ສຸກເສີນ ໃນ
ນະຄອນຫຼວງໂຕກຽວ ແລະ ອີກ 3ແຂວງ ໃກ້ຄຽງ ໃນວັນທີ 21 ມີນາ ທີ່ຜ່ານມາ. ໂດຍໃນຈໍານວນດັ່ງກ່າວ, ຢູ່ໃນນະຄອນຫຼວງໂຕກຽວ ມີຜູ້ຕິດເຊື້ອລາຍໃໝ່ 376 ຄົນ, ຢູ່ແຂວງໂອຊາກາ ເພີ່ມຂຶ້ນ 300 ຄົນ. ສ່ວນຢູ່ ແຂວງມິຢາກິ ທາງຕາເວັນອອກ ສ່ຽງເໜືອ ປັດຈຸບັນ ໄດ້ປະກາດ ສະພາວະ ສຸກເສີນ ໂດຍໃນແຂວງ ຢືນຢັນ ພົບຜູ້ຕິດ
ເຊື້ອ ລາຍໃໝ່ ຫລາຍກວ່າ 150 ຄົນ. ນອກຈາກນັ້ນແຂວງຢາມາກາຕະ ທີ່ຢູ່ໃກ້ຄຽງ ພົບຜູ້ຕິດເຊື້ອໃໝ່ 34 ຄົນ. ໃນອີກປະມານ 3 ເດືອນຂ້າງໜ້າ ນະຄອນຫຼວງໂຕກຽວ ຢືນຢັນ ຈະມີການຈັດການແຂ່ງຂັນ ກິລາໂອລິມປິກ ໂດຍຈໍາກັດ ຜູ້ເຂົ້າຊົມ ໂດຍພິທີ ຈະໄດ້ເປີດຂຶ້ນ ໃນວັນທີ 23/07/2021 ນີ້.