ບຣາຊິວ ມີຍອດຜູ້ເສຍຊີວິດຈາກໂຄວິດ-19 ລາຍວັນກວ່າ 3.000 ຄົນ ຕາມຂ່າວຈາກ ບຣາຊີເລຍ,ວັນທີ24ມີນານີ້,ກະຊວງ ສາທາລະນະສຸກ ບຣາຊິວ ລາຍງານວ່າ: ບຣາຊິວ ມີຍອດຜູ້ເສຍຊີວິດ ຈາກໂຄວິດ-19 ລາຍວັນເຖິງ3.251ຄົນ ເປັນຄັ້ງທຳອິດ ໃນຮອບ24ຊົ່ວໂມງ ແລະ ມີຍອດສະສົມ ຜູ້ເສຍຊີວິດ ທັງໝົດເກືອບ 299.0000ຄົນ
ສ່ວນຍອດ ຜູ້ຕິດເຊື້ອ ໂຄວິດ-19ລາຍວັນ ໂດຍສະເລ່ຍ 2.364ຄົນ ເພີ່ມຂຶ້ນ 3ເທົ່າ ຈາກໄລຍະ ຕົ້ນປີຜ່ານມາ ແລະ ເປັນຍອດຜູ້ຕິດເຊື້ອ ລາຍວັນ ໂດຍສະເລ່ຍ ສູງທີ່ສຸດໃນໂລກ ໂດຍມີຍອດຜູ້ຕິດເຊື້ອ ສະສົມ ປະມານ 12,1 ລ້ານຄົນ.ຂະນະນີ້ ບຣາຊິວ ມີຍອດຜູ້ເສຍຊີວິດ ແລະ ຕິດເຊື້ອ ສະສົມ ສູງເປັນອັນດັບ2ຂອງໂລກຮອງຈາກ ສ.ອາ
ເມລິກາ. ຂະນະທີ່ ບຣາຊິວ ຈະໄດ້ຮັບວັກຊິນ ປ້ອງກັນໂຄວິດ-19 ກວ່າ500 ລ້ານຫລອດ ພາຍໃນທ້າຍປີນີ້ ເຊິ່ງພຽງພໍ ທີ່ຈະນຳມາສັກ ໃຫ້ປະຊາຊົນ ທຸກຄົນ.ປັດຈຸບັນ ບຣາຊິວ ສັກວັກຊິນ ເຂັມທຳອິດ ໃຫ້ປະຊາຊົນແລ້ວ11,1ລ້ານຄົນ ກວມເອົາ 5,2%ຈາກປະຊາກອນທັງໝົດ 211 ລ້ານຄົນ ແລະ ມີຊາວບຣາຊິວ ປະມານ 3,5ລ້ານຄົນ ທີ່ໄດ້ຮັບວັກຊິນ ຄົບ2ເຂັມແລ້ວ
ບຣາຊິວ ມີຍອດຜູ້ເສຍຊີວິດຈາກໂຄວິດ ລາຍວັນກວ່າ 3.000 ຄົນ