ຊ່ວຍກົດໄລກົດແຊ ນີ້ກໍ່ແມ່ນອີກເຄສໜຶ່ງທີ່ຕ້ອງການກັບບ້ານແຂວງຈຳປາສັກເພື່ອເຮັດໜ້າທີ່ຄອບຄົວເປັນຄັ້ງສຸດທ້າຍ ຜູ້ເປັນພໍ່ແມ່ໄດ້ແຕ່ນັ່ງຮ້ອງໃຫ້ບໍ່ຮູ້ສີເຮັດແນວໃດ
ລູກສາວເກີດອຸບັດຕິເຫດຕົກລົດຈັກ ກະດູກຫັກທັບເສັ້ນປະສາດ ມານອນປີ່ນປົວຢູ່ນະຄອນຫຼວງວຽງຈັນໂຮງໜໍ150ຕຽງໄດ້ 4 ເດືອນປາຍແລ້ວອາການກໍ່ຍັງບໍ່ດີຂື້ນເລີຍ
ຮ່າງກາຍເໜັງຕີງບໍ່ໄດ້ ໄດ້ແຕ່ນອນຢ່າງດຽວ ພໍ່ແມ່ກະຂາຍດີນ,ຂາຍດອນແລະເຮືອນສານໄດ້ເງິນ50ລ້ານກີບມາປີ່ນປົວລູກສາວກະບໍ່ເຊົາເງິນກໍ່ໝົດ ຍັງຕິດໜີ້ໂຮງໜໍອີກສີບປາຍລ້ານກີບ ສີກັບບ້ານກະບໍ່ມີເງິນຈ້າງຄ່າລົດກັບ ເງິນສິຊື້ເຂົ້າກີນຢູ່ໂຮງໜໍກະບໍ່ມີວອນຜູ້ໃຈບຸນທັງຫຼາຍຊ່ວຍຄອບຄົວຂ້ານ້ອຍດ້ວຍ.
ກັບໄປຮອດບ້ານຈັກສີໄປຢູ່ນຳໃຜເຮືອນກະຂາຍດີນກະບໍ່ຍັງ ຄືສີໄດ້ໄປຂໍຢູ່ວັດຢູ່ວ່າຜຸນລະ.
ສະນັ້ນ, ຈຶ່ງຂໍເປີດຮັບບໍລິຈາກ ຄົນລະ 10 ພັນ, 20 ພັນກີບ ຊ່ວຍພໍ່ແມ່ເພີນນໍາລູກສາວກັບບ້ານແຂວງຈໍາປາສັກເພື່ອໄປເຮັດໜ້າຄອບຄົວແລະພີ່ນ້ອງເປັນຄັ້ງສຸດທ້າຍແນ່ທອນ.
ທ່ານໃດຢາກຊ່ວຍບໍລິຈາກສາມາດບໍລິຈາກເຂົ້າບັນຊີສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ແລະ ລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ:
ກີບ/LAK: 010120000993902001
ໂດຣາ/USD: 010120100993902001
ບາດ/THB: 010120200993902001
ຂໍມູນເພີມເຕີມໂທ:020 2244 1624.