ຫວ່ານຫາງແຂ້ ພືດທີ່ຫຼາຍຄົວເຮືອນມັກປຸກເອົາໄວ້ຢູ່ບ້ານ ເພາະມີສັບພະຄຸນຊ່ວຍແກ້ບັນຫາໄດ້ຫຼາກຫຼາຍ ເຊັ່ນ ຊ່ວຍບັນເທົາອາການຜິວໜັງພຸພອງຈາກການຖືກຂອງຮ້ອນ ຫຼື ຊ່ວຍຮັກສາແຜຕ່າງໆ ນອກຈາກນີ້ ຫວ່ານຫາງແຂ້ ຍັງຊ່ວຍບຳລຸງເສັ້ນຜົມ ແລະ ແກ້ບັນຫາຜົມທີ່ຄອຍຖ້າກວນໃຈສາວໆ ໄດ້.
1. ຊ່ວຍຮັກສາອາການຜົມບາງ : ເອີ້ນໄດ້ວ່າເປັນອັນທີ່ຖືກອົກຖືກໃຈຄົນມີບັນຫາຜົມບາງ ເພາະສານສະກັດຈາກຫວ່ານຫາງແຂ້ທຳ ມະຊາດມີເອນໄຊທີ່ຊ່ວຍໃຫ້ຜົມດົກຂຶ້ນໄດ້ ແລະ ສາມາດເຂົ້າໄປຫຼຸດເຊລຜິວໜັງທີ່ຕາຍແລ້ວຈາກໜັງຫົວ ນອກຈາກນີ້ຍັງມີຄວາມເປັນດ່າງ ທີ່ຈະຊ່ວຍປັບສົມດຸນໃຫ້ກັບໜັງຫົວ.
2. ຊ່ວຍຫຼຸດຂີ້ຮັງແຄ : ຮູ້ຫຼືບໍ່ວ່າ ຫວ່ານຫາງແຂ້ມີສັບພະຄຸນຊ່ວຍຕໍ່ຕ້ານເຊື້ອລາ ສະນັ້ນເມື່ອນຳສານສະກັດ ຫຼື ເຈວຈາກຫວ່ານຫາງແຂ້ມາທາໜັງຫົວ ສາມາດຊ່ວຍຫຼຸດບັນຫາຂີ້ຮັງແຄ ແລະ ຫຼຸດອາການຄັນຈາກຂີ້ຮັງແຄໄດ້ດ້ວຍ.
3. ຊ່ວຍໃຫ້ຜົມນຸ່ມສົມໄວເງົາງາມ : ຖ້າຜົມຂອງເຈົ້າຂາດຄວາມນຸ່ມສົມໄວເງົາງາມ ລອງນຳສານສະກັດ ຫຼື ເຈວຈາກຫວ່ານຫາງແຂ້ມາ ເບິ່ງແຍງຜົມຂອງເຈົ້າເບິ່ງເດີ ເພາະໃນເຈວຫວ່ານຫາງແຂ້ມີຄຸນສົມບັດດຽວກັນກັບເຄລາຕິນ ທີ່ເປັນອັນຮູ້ຢູ່ແລ້ວວ່າຈະຊ່ວຍເຮັດໃຫ້ຜົມນຸ່ມສົມໄວເງົາງາມ.
4. ຊ່ວຍເພີ່ມຄວາມແຂງແຮງໃຫ້ກັບເສັ້ນຜົມ : ຫວ່ານຫາງແຂ້ ບໍ່ພຽງແຕ່ຈະຊ່ວຍເຮັດໃຫ້ຜົມນຸ່ມສົມໄວເງົາງາມຂຶ້ນເທົ່ານັ້ນ ແຕ່ຍັງຊ່ວຍເຮັດໃຫ້ເສັ້ນຜົມຂອງເຈົ້າແຂງແຮງຂຶ້ນອີກດ້ວຍ ເພາະໃນສານສະກັດຫຼືນ້ຳຫວ່ານຫາງແຂ້ຈະມີກົດອະມິໂນ ທີ່ມີປະໂຫຍດຕໍ່ເສັ້ນຜົມຫຼາຍ.
5. ຊ່ວຍແກ້ບັນຫາຜົມຫຼຸດຫຼົ່ນ : ນັບວ່າບັນຫາຜົມຫຼຸດຫຼົ່ນ ເປັນບັນຫາທີ່ສາວໆ ຫຼາຍຄົນຕ້ອງພົບ ທັງຈາກການເຮັດຜົມແຟຊັ່ນໃນສະໄໝນີ້ ກໍຖືເປັນສ່ວນເຮັດໃຫ້ຜົມຫຼຸດຫຼົ່ນໄດ້ຢ່າງດີ ສະນັ້ນງາມແລ້ວກໍຢ່າລືມປົກປ້ອງຜົມບໍ່ໃຫ້ຫຼຸດຫຼົ່ນ ດ້ວຍການໃຊ້ສານສະກັດ ຫຼື ເຈວຈາກຫວ່ານຫາງແຂ້ມາບຳລຸງເສັ້ນຜົມ.