ຄົນເກີດວັນຈັນ:ການງານ ຕັດສິນໃຈປັບປ່ຽນກົນລະຍຸດທາງທຸລະກິດແລ້ວຈະເກີດຄວາມສຳເລັດທີ່ດີ ການເງິນ ການລົງນາມເອກະສານທາງການເງິນອາດເປັນໂມຄະ ຄວາມຮັກ ມີໂອກາດພົບຮັກກັບຄົນທີ່ມີຊື່ສຽງດີ
ຄົນເກີດວັນອັງຄານ:ການງານ ເຮັດວຽກດ້ວຍຄວາມລະອຽດຮອບຄອບເກີດຊື່ສຽງດີ ການເງິນ ມື້ນີ້ໂຊກດີຈະໄດ້ຮັບຊັບ ຄວາມຮັກເດິນທາງໄປພົບຄົນທີ່ມີສະເໜ່ເຂົ້າມາໃຫ້ຮູ້ຈັກ
ຄົນເກີດວັນພຸດ:ການງານ ພົບຄວາມຈະເລີນຮຸ່ງເຮືອງກ້າວໜ້າໄດ້ເລື່ອນຕຳແໜ່ງ ການເງິນ ເສຍເງິນສ້ອມແປງຂອງໃຊ້ທີ່ແຕກຫັກເສຍຫາຍ ຄວາມຮັກພົບເລື່ອງແຕກແຍກ ເລີກລາ ຢ່າຮ້າງ
ຄົນເກີດວັນພະຫັດ:ການງານ ໃຊ້ສິລະປະໃນເລື່ອງຂອງການເຈລະຈາຕິດຕໍ່ທຸລະກິດເກີດຄວາມສຳເລັດ ການເງິນ ຈະໄດ້ເຄື່ອງປະດັບຂອງມີຄ່າແບບບໍ່ຄາດຝັນ ຄວາມຮັກ ພົບຄົນເກັ່ງ ນິໄສດີເຂົ້າມາໃຫ້ຮູ້ຈັກ
ຄົນເກີດວັນສຸກ:ການງານ ເຮັດທຸລະກິດຈະການຄ້າໄດ້ຜົນກຳໄລຫຼາຍ ການເງິນ ເອກະສານດ້ານການເງິນເກີດຄວາມຊັກຊ້າ ຄວາມຮັກ ໄດ້ພົບຮັກແທ້ຄູ່ຄອງທີ່ດີ
ຄົນເກີດວັນເສົາ:ການງານ ແກ້ໄຂບັນຫາສະເພາະໜ້າດ້ວຍຄວາມເລັ່ງໃນດ້ານການງານ ການເງິນ ຈະພົບເລື່ອງທັງຮັບ ແລະ ຈ່າຍໃນໄລຍະເວລາດຽວກັນ ຄວາມຮັກ ຄວາມສຳພັນກັບຄົນຮັກເກົ່າອາດກໍໃຫ້ເກີດມີການຄືນດີ
ຄົນເກີດວັນອາທິດ:ການງານໃຊ້ເຕັກນິກພິເສດໃນການສ້າງສັນຜົນງານໄດ້ດີ ການເງິນ ພົບເລື່ອງເສຍເງິນອອກໄປແບບວ່ອງໄວ ຄວາມຮັກ ຄວາມສຳພັນເກີດຄວາມຫ່າງເຫີນ