1. ນາງສັງຂານປະຈຳປີ 2021 ແມ່ນເທບທິດາອົງທີ່ 4 ຂອງພຣະຍາກະບິນລະພົມຊົງມີພຣະນາມວ່າ : ນາງມົນທາເທວີ, ຊົງພາຫຸຣັດທັດດອກຈຳປາແດງ, ອາພອນປະດັບດ້ວຍແກ້ວໄພທູນ(ແກ້ວສີຂຽວໃບໄມ້), ພັກສາຫານສະເຫວີຍນົມເນີຍເປັນອາຫານ, ພຣະຫັດຂວາຊົງຖືເຫລັກແຫລມ(ຫອກ) , ພຣະຫັດຊ້າຍຊົງຖືໄມ້ເທົ້າ, ສະເດັດນອນຫລັບຕາມາເທີງຫລັງລາເປັນພາຫານະ.
2. ເກນພິລຸນສາດ : ພຣະເສົາເປັນອະທິບໍດີ, ພຣະຍານາກຫລິ້ນນ້ຳ6 ໂຕ, ບັນດານໃຫ້ຝົນຕົກ 400 ຫ່າ, ຕົກໃນຈັກກະວານ 160 ຫ່າ, ຕົກໃນປ່າຫິມະພານ 120 ຫ່າ, ຕົກໃນມະຫາສະຫມຸດ 80 ຫ່າ, ຕົກໃນໂລກມະນຸດ 40 ຫ່າ.
3. ເກນທາຣາທິຄຸນ : ຕົກລາສີອາໂປ, ນໍ້າຈະມາກ, ຝົນຈະມີອຸດົມທຸກແຫ່ງ, ນາດອນ ແລະ ນາລຸ່ມຈະດີທຸກແຫ່ງ, ຈະມີລົມພັດມາບາງຄັ້ງຄາວໃນທິດທັງສີ່ຕາມລະດູການ.
4. ເກນທັນຍາຫານ : ຊື່ວ່າ “ວິບັດ” ເຂົ້າກ້າໃນໄຮ່ນາຈະມີດ້ວງ ບົ້ງ ແມງກິນ ຖ້າບໍ່ກະກຽມວິທີແກ້ໄວ້ໃຫ້ທັນຈະໄດ້ຮັບຜົນແຕ່ເຄິ່ງໜຶ່ງ ເສຍໄປເຄິ່ງໜຶ່ງ.
5. ຜະລາມັດຊະມັງສາຫານ : ໝາກໄມ້ຈະບໍ່ສູ້ເປັນດົກໜາປານໃດ ໝາກໄມ້ຈະແພງ ຊີ້ນປາອາຫານຈະມີພໍສົມຄວນ.6. ຣຸກຂະຊາດ : ໄມ້ອ້ອຍຊ້າງເປັນພະຍາ, ນ້ຳຈະຫລາຍຈະມີນ້ຳຖ້ວມ; ປູກເຂົ້າໄດ້ດີ ປູກໝາກເຜັດ ປູກພູດີທຸກຢ່າງ.
7. ເກນກາລະໂຍກ : ວັນອາທິດເປັນທຸງໄຊ, ວັນຈັນເປັນອະທິບໍດີ, ວັນສຸກເປັນອຸບາດ, ວັນພຸດເປັນໂລກາວິນາດ.ອີງຕາມຄຳທຳນາຍຕາມຫລັກໂຫລາສາດລາວປະຈຳປີສະຫລູ, ຈສ. 1383, ຄສ. 2021, ພສ. 2564; ຄຳນວນໂດຍ : ສາທຸ ບຸນທັນ ປຸນຍະກາມະເຖຣະ, ທີ່ວັດປ່າໂພນເພົາວະນາຣາມນະຄອນຫລວງພຣະບາງ.
Source : TAVA Magazine