ໂຮງຫມໍມະໂຫສົດ ເມື່ອສ້າງສຳ ເລັດແລ້ວຈະກາຍເປັນໂຮງໝໍທີ່ໃຫຍ່ທີ່ສຸດຂອງ ສປປ ລາວ, ມີເຄື່ອງຈັກ-ອຸປະກອນຄົບຊຸດ ແລະ ທັນສະໄໝ ແລະ ມີພະແນກການແພດຄົບຖ້ວນ ແລະ ໄດ້ມາດຕະຖານສູງສຸດທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນພ້ອມພະນັກງານວິຊາການ ລົງຕິດຕາມຢ້ຽມຢາມໂຄງການກໍ່ສ້າງໂຮງ ໝໍມະໂຫສົດໃນວັນທີ 17 ມີນານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການຕ້ອນຮັບຂອງທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີ, ທ່ານ
ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ທ່ານ ຫວັງ ຊິກັງ (Wan Zhigang) ຫົວໜ້າກຸ່ມເຕັກນິກໂຄງການກໍ່ສ້າງໂຮງໝໍມະໂຫສົດ ໄດ້ລາຍງານວ່າ: ໂຄງການນີ້ແມ່ນໂຄງການຊ່ວຍເຫຼືອໂຮງໝໍມະໂຫສົດມີເນື້ອທີ 30300 ຕາແມັດ ແລະ ເນື້ອທີ່ປຸກສ້າງ 54792 ຕາແມັດ, ໂຄງການ
ນີ້ເປັນໂຄງການທີ່ມີຄວາມໝາຍຄວາມສຳຄັນມິດຕະພາບລະຫວ່າງປະຊາ ຊົນຈີນ ແລະ ປະຊາຊົນລາວ ຊຶ່ງເປັນໂຄງການທີ່ປະທານປະເທດຂອງສອງປະເທດ ໄດ້ຮ່ວມວາງສີລາລືກ ແລະ ເປັນໂຮງໝໍຂະໜາດໃຫຍ່ທີ່ສຸດ,ຕຽງນອນຫຼາຍທີ່ສຸດ ແລະ ລົງທຶນຫຼາຍກວ່າໝູ່ໃນປະຫວັດການຊ່ວຍເຫຼືອຈາກລັດຖະບານຈີນ, ເມື່ອສ້າງສຳ ເລັດແລ້ວຈະກາຍເປັນ
ໂຮງໝໍທີ່ໃຫຍ່ທີ່ສຸດຂອງ ສປປ ລາວ, ມີເຄື່ອງຈັກ-ອຸປະກອນຄົບຊຸດ ແລະ ທັນສະໄໝ ແລະ ມີພະແນກການແພດຄົບຖ້ວນ ແລະ ໄດ້ມາດຕະຖານສູງສຸດ,ສາມາດກຳນົດເປັນສູນຝຶກອົບຮົມ ແລະ ຄົ້ນຄ້ວາວິທະຍາການແພດທີ່ສຳຄັນທີ່ສຸດ.ຕາມແຜນການກໍ່ສ້າງໄລຍະທີ 1 ແມ່ນສຳເລັດໃນເດືອນ 7 ປີ 2020 , ເດືອນ 8 ມອບໃຫ້ໂຮງໝໍແຕ່ຍ້ອນວ່າຖືກຜົນກະ ທົບຈາກໂຄວິດ-19 ແລະ ນັບແຕ່ວັນທີ 23 ເດືອນມັງກອນ ປີ 2020 ວິຊາການ, ວັດຖຸດິບ ແລະ ວັດສະດຸກໍ່ສ້າງກໍເຂົ້າມາບໍ່ໄດ້ ເຮັດໃຫ້ວຽກໃນການ
ກໍ່ສ້າງຂອງໄລຍະໜຶ່ງຖືກເລື່ອນເວລາ,ເຖິງວ່າວິຊາການເຕັກນິກ ໄດ້ຊອກວິທີມາແກ້ໄຂແຕ່ວ່າຍັງຫຼີກເວັ້ນບໍ່ໄດ້ເຮັດໃຫ້ບໍ່ທັນເວລາ, ອີງຕາມສະພາບການ ແລະ ເງື່ອນໄຂຕົວຈິງການຮ່ວມມືປະຕິບັດມາດຕະການບໍ່ໃຫ້ການແຜ່ລະບາດ, ກຸ່ມເຕັກນິກກໍ່ສ້າງກຳລັງຈັດວິຊາການ ແລະ ວັດຖຸດິບເຂົ້າພາກສະໜາມ ເພື່ອຍາດເວລາໃຫ້ໂຄງການສຳເລັດ ແລະ ມອບໃຫ້ໂຮງໝໍນຳໃຊ້ ຊຶ່ງຄາດຄະເນໄລຍະ 1 ແມ່ນເດືອນພຶດສະພາ ປີ 2021, ສ່ວນໄລຍະ 2 ຄາດຄະເນວ່າເດືອນ 7 ປີ 2022 ຈະໃຫ້ສຳເລັດ.ໃນໂອກາດນີ້ທ່ານ ສອນໄຊ
ສີພັນດອນ ໄດ້ໂອ້ລົມວ່າ: ໂຮງໝໍມະໂຫສົດທັນສະໄໝເປັນໂຮງໝໍທີ່ມີຄວາມສຳຄັນ ແລະ ເປັນໂຮງໝໍທີ່ໃຫຍ່ມີປະສົບການ ແລະ ບົດຮຽນໃນການບໍລິການກວດສຸຂະພາບໃຫ້ປະຊາຊົນ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ຕໍ່ ໜ້ານີ້ຕ້ອງຍົກລະດັບຄຸນນະພາບມາດຕະຖານໂຄງລ່າງໃຫ້ແກ່ການເຂົ້າເຖິງດ້ານສາ ທາລະນະສຸກ ເປັນຕົ້ນສູ້ຊົນວາລະພັດທະນາແບບຍືນຍົງ 2030 ແລະ ເພື່ອເຮັດແນວໃດບໍ່ໃຫ້ຄົນລາວຫຼັ່ງໃຫຼອອກໄປຕ່າງປະເທດໂດຍສະເພາະປະເທດເພື່ອນບ້ານໃກ້ຄຽງຖ້າຫາກເຮົາມີໂຮງໝໍທັນສະໄໝອັນນີ້ມັນ
ສະແດງເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນຄວາມທຸກຍາກ ແລະ ນອກຈາກເຄື່ອງມືການແພດທັນສະໄໝແລ້ວ ຕ້ອງສຶກສາການເມືອງແນວຄິດຕື່ມເປັນຕົ້ນຈັນຍາບັນຈັນຍາທຳຕ້ອງໄດ້ມີການປັບປ່ຽນ. ນອກນີ້ຕ້ອງມີຄວາມສະອາດ ແລະ ຄວາມປອດໄພໄປພ້ອມກັນ.
(ຂ່າວ-ພາບ: ບຸນອູ້ມ)