ໃນວັນທີ 17/03/2021 ເວລາ 00:20 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດໃຫຍ່ຕຳກັບລົດຈັກຢູ່ເຂດບ້ານ ໂພນທັນ ເມືອງ ໄຊເສດຖາ
ນະຄອນຫຼວງວຽງຈັນທີມກູ້ຊີບກູ້ໄພນະຄອນຫຼວງ ສູນສັ່ງການ. ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ 01ຄົນ ເພດຍິງ.ອາການເບື້ອງຕົ້ນແມ່ນ: ຫົວແຕກ,ແຂນຊ້າຍ
ແລະແຂນຂວາຫັກທັງສອງ ຂາເບື້ອງຊ້າຍຫັກ ຊິບພະຈອນບໍ່ເຕັ້ນ ດັ່ງນັ້ນ ພວກເຮົາຈື່ງໄດ້ຊ່ວຍເຮັດ CPR ຫລື ປໍ້າຫົວໃຈ ແລ້ວນຳສົ່ງໂຮງໝໍ ມິດຕະພາບ 150 ຕຽງ ຜູ້ກ້ຽວໄດ້ເສຍຊີວິດໃນເວລາຕໍ່ມາແລະທາງພວກເຮົາໄດ້ມອບໃຫ້ແກ່ຍາດພີ່ນ້ອງໄປເຮັດຕາມພິທີທາງສາສະໜາ ຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຂອງຜູ້ເສຍຊີວິດ.
ເກີດເຫດ ລົດໃຫຍ່ຕຳກັບລົດຈັກ ເສຍຊີວິດ 1 ຄົນ ຢູ່ເຂດບ້ານ ໂພນທັນ ເມືອງໄຊເສດຖາ