ກຳປູເຈຍ ຕິດເຊື້ອໂຄວິດ-19ລາຍໃໝ່ເພີ່ມຂຶ້ນ 100 ກວ່າຄົນ ຂປລ.ຕາມຂ່າວຈາກ ພະນົມເປັນ,ວັນທີ16ມີນານີ້ ກຳປູເຈຍ ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ລາຍໃໝ່ 105 ຄົນ ເປັນການລະບາດໜັກ ເລີ່ມແຜ່ລາມ ເປັນວົງກວ້າງ ເຮັດໃຫ້ເຈົ້າໜ້າທີ່ ທາງການ ເຕືອນໃຫ້ປະຊາຊົນ ຢຸດເດີນທາງ ໄປຫລາຍພື້ນທີ່ ໂດຍສະເພາະ ຂ້າມແຂວງ
ຫລື ເມືອງຕ່າງໆ.ຂະນະທີ່ ຍອດຜູ້ຕິດເຊື້ອ ສະສົມ ໃນປະເທດ 1.430ຄົນ ເປັນຕົວເລກ ທີ່ເພີ່ມຂຶ້ນ ເກືອບ3ເທົ່າ ຈາກເດືອນກ່ອນ ທີ່ພົບການລະບາດ ຄັ້ງລ້າສຸດ.ປັດຈຸບັນ ກຳປູເຈຍ ເລັ່ງສັກຢາ ປ້ອງກັນ ໂຄວິດ-19 ຢ່າງຕໍ່ເນື່ອງ ເພື່ອສ້າງພູມ ຕ້ານທານ ຄັ້ງໃຫຍ່ ໃນປະເທດ
ກຳປູເຈຍ ຕິດເຊື້ອໂຄວິດ ລາຍໃໝ່ເພີ່ມຂຶ້ນ 100 ກວ່າຄົນ
ກຳປູເຈຍ ຕິດເຊື້ອໂຄວິດ ລາຍໃໝ່ເພີ່ມຂຶ້ນ 100 ກວ່າຄົນ