ໂບລິເວຍຈັບອະດີດປະທານາທິບໍດີ ພ້ອມອະດີດລັດຖະມົນຕີຫລາຍຄົນ ໃນຄວາມຜິດຂໍ້ຫາກໍ່ການຮ້າຍ-ກໍ່ກະບົດ ຈາກຂໍ້ກ່າວຫາວ່າມີສ່ວນກ່ຽວຂ້ອງກັບການກໍ່ລັດຖະປະຫານເມື່ອປີ 2019.ວັນທີ 13 ມີນາ 2021, ເວັບໄຊ BBC ລາຍງານວ່າ: ນາງ ຢານິເນ ອັນເນດ ອະດີດປະທານາທິບໍດີສະເພາະກິດຂອງໂບລີເວຍ ລວມທັງອະດີດລັດຖະມົນຕີອີກຫລາຍຄົນ ຖືກຈັບກຸມແລ້ວ ໂດຍເຈົ້າໜ້າທີ່ກ່າວຫາວ່າ: ນາງ ແລະ ບັນດາອະດີດຄະນະລັດຖະບານມີສ່ວນກ່ຽວຂ້ອງກັບການກໍ່ລັດຖະປະຫານເມື່ອປີ 2019.ການຈັບກຸມໃນຄັ້ງ
ນີ້ ເກີດຂຶ້ນຫລັງຈາກອະດີດປະທານາທິບໍດີ ອັນເນດ ຫາກໍອອກມາເປີດເຜີຍວ່າ: ລັດຖະບານໂບລີເວຍຊຸດປັດຈຸບັນກຳລັງເລີ່ມແກ້ແຄ້ນທາງການເມືອງ, ພ້ອມເຜີຍແຜ່ເອກະສານທີ່ລະບຸວ່າ: ນາງ ແລະ ອະດີດລັດຖະມົນຕີຫລາຍຄົນຈະຖືກຕັ້ງຂໍ້ຫາກໍ່ການຮ້າຍ, ກໍ່ກະບົດ ແລະ ສົມຮູ້ຮ່ວມຄິດກໍ່ລັດຖະປະຫານ.ຂະນະດຽວກັນຍັງມີລາຍງານອີກວ່າ: ທາງການໂບລີເວຍໄດ້ຕັ້ງຂໍ້ຫາກັບອະດີດຜູ້ບັນຊາການຕຳຫລວດ ແລະ ທະຫານລວມ 2 ຄົນ ທີ່ເຊື່ອວ່າມີສ່ວນກ່ຽວຂ້ອງກັບການກໍ່ລັດຖະປະຫານເມື່ອປີ 2019 ນຳ.ໂດຍ
ການເມືອງໂບລີເວຍເລີ່ມວຸ້ນວາຍເມື່ອປີ 2019 ຫລັງຈາກທ່ານ ອີໂວ ໂມຣາເລສ ຊະນະເລືອກຕັ້ງເປັນປະທານາທິບໍດີໂບລີເວຍສະໄໝທີ 4 ທ່າມກາງຂໍ້ກ່າວຫາວ່າ: ຈັດການເລືອກຕັ້ງບໍ່ໂປ່ງໃສ ຈົນເກີດການປະທ້ວງຍືດເຍື້ອຫລາຍອາທິດ ໂດຍມີຜູ້ນຳຕຳຫລວດ ແລະ ຜູ້ນຳກອງທັບໂບລີເວຍຮ່ວມກົດດັນໃຫ້ທ່ານ ໂມຣາເລສ ລາອອກຈາກຕຳແໜ່ງ.ໃນເວລາຕໍ່ມາ ແຮງກົດດັນຈາກຜູ້ປະທ້ວງ ແລະ ບັນດາຜູ້ນຳຕຳຫລວດທະຫານບັນລຸຜົນ, ທ່ານ ໂມຣາເລສ ຍອມລາອອກຈາກຕຳແໜ່ງ ກ່ອນຈະຕັດສິນໃຈລີ້ໄພທາງການ
ເມືອງໄປເມັກຊິໂກ ແລະ ອາເຈນຕິນາ. ພ້ອມຊີ້ວ່າ: ຂະບວນການຂັບໄລ່ທ່ານຈາກຕຳແໜ່ງປະທານາທິບໍດີໂບລີເວຍຄືການກໍ່ລັດຖະປະຫານ.ເຖິງຢ່າງໃດກໍຕາມ, ອະດີດປະທານາທິບໍດີ ອັນເນດ ເຊິ່ງເຂົ້າມາຮັບຕຳແໜ່ງຕໍ່ຢືນຢັນວ່າຂະບວນການທີ່ເກີດຂຶ້ນກັບທ່ານ ໂມຣາເລສ ບໍ່ແມ່ນການລັດຖະປະຫານ ແຕ່ເປັນກົນໄກຕາມລັດຖະທຳມະນູນ,
ຜົນພວງຈາກທີ່ມີການໂກງເລືອກຕັ້ງ ໂດຍໃນໄລຍະຂອງອະດີດປະທານາທິບໍດີ ອັນເນດ ມີການຈັບກຸມຜູ້ສະໜັບສະໜູນທ່ານ ໂມຣາເລສ ຫລາຍຄົນຈົນຮອດເດືອນຕຸລາປີຜ່ານມາ ພັກການເມືອງຂອງທ່ານ ໂມຣາເລສ ກັບມາຊະນະເລືອກຕັ້ງຢ່າງຫລວງຫລາຍ ເປີດທາງໃຫ້ທ່ານ ໂມຣາເລສ ເດີນທາງກັບປະເທດ ແລະ ເລີ່ມມີທ່າອ່ຽງວ່າ: ລັດຖະບານໂບລີເວຍຊຸດປັດຈຸບັນຈະເລີ່ມກວາດລ້າງຂົ້ວການເມືອງອີກຝ່າຍຢ່າງຊັດເຈນຂຶ້ນ.