ຝຣັ່ງ ຕິດເຊື້ອພະຍາດໂຄວິດ-19ວັນດຽວເກືອບ 30.000ຄົນ ຕາມຂ່າວຈາກ ຊິນຫົວ(Xinhua)ຂອງຈີນ, ໜ່ວຍງານ ດ້ານສາທາລະນະສຸກຝຣັ່ງ ລາຍງານ ໃນວັນທີ13ມີນາ2021ວ່າ: ຝຣັ່ງ ພົບຜູ້ຕິດເຊື້ອ ພະຍາດ ພະຍາດໂຄວິດ-19 ລາຍໃໝ່ 29.759ຄົນ ໃນຮອບ 24ຊົ່ວໂມງ ສົ່ງຜົນໃຫ້ຍອດ ຜູ້ຕິດເຊື້ອ ສະສົມ ເພີ່ມຂຶ້ນ
4.045.319ຄົນ.ຂະນະທີ່ ຝຣັ່ງ ມີຜູ້ເສຍຊີວິດ ເພີ່ມຂຶ້ນ 174 ຄົນ ໃນຮອບ24ຊົ່ວໂມງ ສົ່ງຜົນໃຫ້ຍອດ ຜູ້ເສຍຊີວິດ ສະສົມ ຢູ່ທີ່90.315 ຄົນ.ຈຳນວນ ຜູ້ຕິດເຊື້ອ ທີ່ຍັງຄົງ ປິ່ນປົວ ຢູ່ໃນໂຮງໝໍ ຫລຸດລົງ 78ຄົນ ຢູ່ລະດັບ 24.671 ຄົນ ແຕ່ຈຳນວນຄົນເຈັບ ທີ່ຕ້ອງໄດ້ໃສ່ ເຄື່ອງຊ່ວຍຫາຍໃຈ ເພີ່ມຂຶ້ນ ເປັນວັນທີ່ສາມ ຕິດຕໍ່ກັນ ໂດຍເພີ່ມ
ຂຶ້ນ 37ຄົນ ໃນຮອບ 24ຊົ່ວໂມງ ຢູ່ທີ່ລະດັບ 4.070ຄົນ ເປັນລະດັບ ສູງສຸດ ນັບແຕ່ເດືອນພະຈິກ 2020. ຂະນະທີ່ ປະຊາກອນຝຣັ່ງ ປະມານ 4,85 ລ້ານຄົນ ຫລື 7,2%ຂອງປະຊາກອນ ທັງໝົດ ໃນປະເທດ ໄດ້ຮັບວັກຊິນ ປ້ອງກັນ ໂຄວິດ-19 ເຂັມທຳອິດ ແລະ 2,2 ລ້ານຄົນ ໄດ້ຮັບວັກຊິນ ຄົບສອງເຂັມແລ້ວ