ສຳນັກຂ່າວຊິນຮົວລາຍງານໃນວັນທີ 11 ມີນາ 2021 ວ່າ: ໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP) ໄດ້ເຜີຍແຜ່ລາຍງານສະແດງໃຫ້ເຫັນເຖິງຄວາມແຕກຕ່າງຂອງຄ່າຈ້າງລະຫວ່າງຜູ້ຍິງ ແລະ ຜູ້ຊາຍຢູ່ກຳປູເຈຍທີ່ຕ່າງກັນເຖິງ 19%.ລາຍງານລະບຸວ່າ: ຄວາມບໍ່ເທົ່າທຽມທາງເພດໃນດ້ານການສຶກສາ, ປະສົບການ ແລະ ການທີ່ຜູ້ຍິງມີອັດຕາຫລາຍເກີນໄປໃນວຽກສາຍອາຊີບທີ່ໃຊ້ທັກສະຕໍ່າ ເປັນບັນຫາຫລັກຂອງຄວາມແຕກຕ່າງດ້ານຄ່າຈ້າງລະຫວ່າງຜູ້ຊາຍ ແລະ ຜູ້ຍິງຢູ່ກຳປູເຈຍ ໂດຍພົບວ່າສະຖານະພາບ
ແຕ່ງງານເປັນປັດໄຈສຳຄັນທີ່ສຸດຂອງການຈ້າງງານແບບມີຄ່າຈ້າງຂອງຜູ້ຍິງ ເຊິ່ງຫລຸດໂອກາດທີ່ຜູ້ຍິງແຕ່ງງານແລ້ວຈະໄດ້ເຮັດວຽກທີ່ໄດ້ຮັບຄ່າຈ້າງລົງເຖິງ 38%. ຂະນະທີ່ຂະໜາດຂອງຄອບຄົວ ແລະ ລະດັບການສຶກສາຂອງຫົວໜ້າຄອບຄົວທີ່ເພີ່ມຂຶ້ນ ພັດຊ່ວຍເພີ່ມຄວາມເປັນໄປໄດ້ທີ່ຜູ້ຍິງຈະກາຍເປັນແຮງງານທີ່ໄດ້ຮັບຄ່າຈ້າງ.“ຜູ້ຍິງຢູ່ກຳປູເຈຍມີລາຍໄດ້ສະເລ່ຍໜ້ອຍກວ່າ 19% ເຖິງວ່າຈະເຮັດວຽກແບບດຽວກັບຜູ້ຊາຍ. ນີ້ເປັນບັນຫາເລື່ອງຄວາມເທົ່າທຽມໃນສິດທິຂອງແມ່ຍິງ ແລະ ຍັງກ່ຽວຂ້ອງກັບໂອກາດທີ່ຈະສ້າງ
ຕະຫລາດແຮງງານທີ່ມີປະສິດທິຜົນ ແລະ ປະສິດທິພາຍຫລາຍຂຶ້ນ” ນິກ ເບເຣສຟອດ ຜູ້ແທນໂຄງການປະຈຳກຳປູເຈຍກ່າວ.ທັງນີ້, ໂຄງການພັດທະນາແຫ່ງສະຫະປະຊາຊາດ ຍັງໃຫ້ການສະໜັບສະໜູນຄວາມກ້າວໜ້າຂອງແມ່ຍິງຢູ່ກຳປູເຈຍຢ່າງຕໍ່ເນື່ອງ, ສ່ວນໜຶ່ງຄືຜ່ານການສະໜັບສະໜູນຂອງກະຊວງກິດຈະການແມ່ຍິງຂອງປະເທດ. ຂະນະທີ່
ແຜນງານຂອງໂຄງການ ອີກຈຳນວນໜຶ່ງເນັ້ນເພີ່ມການມີສ່ວນຮ່ວມຂອງແມ່ຍິງໃນກິດຈະກຳທາງສັງຄົມ, ເສດຖະກິດ ແລະ ການເມືອງ ເຊິ່ງມີທັງແຜນງານສົ່ງເສີມຜູ້ປະກອບການແມ່ຍິງຜ່ານການຝຶກຝົນທັກສະ, ການເລັ່ງຄວາມໄວ ແລະ ການປ່ຽນແປງທຸລະກິດໃຫ້ເປັນດິຈີຕອນ ຕະຫລອດຈົນການເຮັດວຽກຮ່ວມກັບກະສິກອນແມ່ຍິງ ເພື່ອປັບປຸງເຕັກນິກການຜະລິດດ້ານພູມອາກາດແບບອັດສະລິຍະ.