ຊົມເຊີຍໄວ້ລຸ້ນສ້າງໂຕ ອາຍຸ 26 ປີ ເມຍ 24 ປີ 4 ປີທີ່ເຮົາສູ້ ແລະ ຜ່ານທຸກຜ່ານສຸກ ອົດທົນມານຳກັນ ເກັບທ້ອນຊື້ພາຫະນະເປັນຂອງຕົນເອງ.
ຈາກໂພສນີ້ ໃຫ້ກຳລັງໃຈ ຫຼາຍໆຄົນ ຄືຢາກມີ ເປັນຂອງຕົນເອງ ການທີ່ມີຫຼາຍໆຢ່າງ ສິ່ງອຳນວຍຄວາມສະດວກໃຫ້ເຮົາ ແຕ່ໄວ ມັນເປັນຜົນດີ ດັ່ງຄູ່ຮັກຄູ່ນີ້ ທີ່ຫາເກັບທ້ອນ ສ້າງຕົນເອງນຳກັນ ຈົນມື້ນີ້ມີລົດ ຊື້ລົດເປັນຂອງຂງັນເປັນຂອງຕົນເອງໄດ້
ຕົນທຶນຂອງເຮົາອາດບໍເທົ່າກັນ ແຕ່ເຮົາສາມາດອົດທົນ ຊອກຫາໄດ້ ອາດຈະບໍ່ມີຄືເຂົາ ແຕ່ກໍສາມາດຢູ່ໄດ້ໃນແບບຂອງເຮົາ ແລະ ຢາກໃຫ້ທຸກຄນສູ້ໆ ມື້ນຶ່ງເຮົາອາດເປັນຄົນທີ່ໂຊກດີ ມີທຸກຢ່າງ ຕາມທີ່ຕ້ອງການ ຕອນຫາໄດ້ໃຫ້ຮີບຫາ ເພື່ອມື້ທີ່ເຮົບໍ່ມີທາງອອກ ມື້ທີ່ເຮົາຫາບໍ່ໄດ້
ຜູ້ໃຊ້ເຟດບຸກ Sun Sunpasert Mnv ໂພສ ໃນທີ່ສຸດເຮົາກະມີມື້ນີ້ເນາະຮັກ ເຮົາ 26 ປີ ເມຍ 24 ປີ 4 ປີທີ່ເຮົາສູ້ ແລະ ຜ່ານທຸກຜ່ານສຸກ ອົດທົນມານຳກັນ ຂອບໃຈທີ່ຢູ່ຄຽງຂ້າງກັນສ້າງມາດ້ວຍນຳ້ພັກນຳ້ແຮງຂອງເຮົາ ຂອບໃຈຄອບຄົວທີ່ສະຫນັບສະຫນູນ
ອາດຈະມີຊ້າແນ່ແຕ່ກະມີແນ່ນອນ ລໍຖ້າມາ 4 ເດືອນຂອບໃຈພີ່ແຕ໋ງ bmw laos ທີ່ດູແລກັນແບບອົບອຸ່ນເປັນກັນເອງ ແລະຂອບໃຈລູກຄ້າຮ້ານເຮົາທີ່ຫນ້າຮັກທຸກຄົນທີ່ຄອຍອຸດຫນູນຮ້ານນ້ອຍໆຂອງເຮົາຕະຫລອດມາແລະຕະຫລອດໄປ ເປັນກຳລັງໃຈໃຫ້ໄວລຸ້ນສ້າງໂຕທຸກຄົນ