ວັນທີ 10/03/2021 ເວລາ 04:48 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄຫມ້
ເຮືອນ.ຈຸດເກີດເຫດບ້ານດອນຫນູນ ເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ. ໜ່ວຍກູ້ໄພມູນນິທິ1623 ໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກໄຫມ້ເຮືອນ
ຢ່າງຮຸນແຮງ.ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ສົມທົບກັບຫນ່ວຍງານຕ້ານອັກຄີໄພເມືອງໄຊທານີ,ຫນ່ວຍງານຕຳຫລວດສະກັດກັ້ນ
ແລະ ຕ້ານອັກຄີໄພນະຄອນຫລວງວຽງຈັນໃຊ້ເວລາປະມານ 45 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.ໝາຍເຫດ: ສ່ວນຄວາມເສຍຫາຍແມ່ນເຮືອນ 1 ຫລັງ ສາເຫດອັກຄີໄພໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດ ມອບໃຫ້ທາງເຈົ້າຫນ້າທີ່ສອບສວນແລະສືບສວນຕໍ່ໄປ.