ການາ ໄດ້ຮັບວັກຊິນປ້ອງກັນໂຄວິດ-19 ໂດຍກົງຈາກໂຄແວັກສ 600.000 ຫລອດ ຕາມຂ່າວຈາກ ນະຄອນຫລວງ ອັກກຣາ, ອົງການ ອະນາໄມໂລກ ສົ່ງມອບ ວັກຊິນ ປ້ອງກັນ ໂຄວິດ-19 ຈຳນວນ 600.000 ຫລອດ ຂອງແອສຕຣາ ເຊເນກາ/ອ໋ອກຟອດ ໃຫ້ແກ່ ການາ ເປັນປະເທດ ທຳອິດ ຂອງໂລກ ພາຍໃຕ້ ໂຄງການ ໂຄແວັກ
ສ(cowax) ຜະລິດໂດຍ ສະຖາບັນ ເຊຣຸ່ມ ແຫ່ງອິນເດຍ ອອກເດີນທາງ ຈາກສະໜາມບິນສາກົນ ໂກລກາຕາ ໃນລັດເບັງກໍລ ຕາເວັນຕົກ ຂອງອິນເດຍ ເດີນທາງມາຮອດ ສະໜາມບິນ ສາກົນ ໂກໂຕກາ ໃນວັນທີ24ກຸມພານີ້.ວັກຊິນ ດັ່ງກ່າວ ການາ ໄດ້ຮັບໂດຍບໍ່ເສບຄ່າ ໃຊ້ຈ່າຍທັງໝົດ ເປັນໄປຕາມ ການຈັດສັນ ຈາກໂຄງການ ໂຄແວັກສ ທີ່
ອົງການ ອະນາໄມໂລກ(WHO) ແລະ ອົງການພັນທະມິດ ເພື່ອວັກຊິນ(Gavi) ເພື່ອຮ່ວມກັນພັດທະນາ ແລະ ຈັດຫາ ວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ກຸ່ມ ປະເທດ ທຸກ
ຍາກ ສາມາດ ເຂົ້າເຖິງ ວັກຊິນ ໄດ້ເທົ່າທຽບກັບ ປະເທດ ຮັ່ງມີ ຫລັງຈາກນັ້ນ ການາ ຈະເລີ່ມສັກ ວັກຊິນ ຢ່າງເປັນທາງການ ໃນວັນທີ2ມີນາ ເປັນຕົ້ນໄປ ໂດຍເນັ້ນໃສ່ ບຸກຄະລາກອນ ທາງການແພດ ແລະ ເຈົ້າໜ້າທີ່ ເຮັດວຽກ ແຖວໜ້າ ໃນການຮັບມືກັບ ການແຜ່ລະບາດ ເຊື້ອພະຍາດ ດັ່ງກ່າວ ເປັນຊຸດ ທຳອິດ