ສຳນັກຂ່າວ ຊິນຮວາ ຂອງຈີນ, ເມື່ອບໍ່ດົນມານີ້, ທ່ານວັງ ເຫວິນປິນ ໂຄສົກກະຊວງ ການຕ່າງປະເທດ ຈີນ ປະກາດວ່າ: ໄລ່ເຖິງ ວັນທີ 21 ກຸມພາ ຜ່ານມາ, ຈີນ ໄດ້ສະເໜີໃຫ້ ວັກຊິນ ຕໍ່ປະເທດກິເນ ແລະ ຊິມບຳເວ ແລະ ຈະສືບຕໍ່ ໃຫ້ວັກຊິນ ສຳລັບ 19 ປະເທດ ໃນອາຟຣິກາ ທີ່ມີ ຄວາມ ຕ້ອງການ ແລະ ຈະໃຫ້ຄວາມ ຊ່ວຍເຫລືອ
ດ້ານວັກຊິນ ໃຫ້ອາຟຣິກາ ຫລາຍຂື້ນ. ກ່ອນໜ້ານີ້ ທ່ານ ເອມມານູເອລ ມາຄຣົງ ປະທານາທິ ບໍດີ ຝຣັ່ງ ກ່າວໃນກອງປະຊຸມ ຄວາມໝັ້ນຄົງ ທີ່ມີວນິດ ໂດຍຜ່ານ ລະບົບວີດີໂອ ວ່າ ປະເທດ ເອີຣົບ ແລະ ສ.ອາເມລິກາ ຈຳເປັນຕ້ອງ ຂົນສົ່ງວັກຊິນ ຕ້ານໂຄວິດ-19 ໄປຍັງ ທະວີບອາຟຣິກາ ໃຫ້ພຽງພໍ ແລະ ທັນເວລາ , ຖ້າບໍ່ດັ່ງນັ້ນ ປະເທດ
ອາຟຣິກາ ຈະຈັດຊື້ ວັກຊິນ ຈາກຈີນ ແລະ ຣັດເຊຍ.ນອກຈາກນັ້ນ, ທ່ານວັງ ເຫວິນປິນ ຍັງກ່າວວ່າ ຈີນ ຍິນດີ ແລະ ສະໜັບສະໜູນ ປະເທດຝຣັ່ງ, ເອີຣົບ ແລະ
ສ.ອາເມລິກາ ພ້ອມທັງ ສະເໜີໃຫ້ ວັກຊິນ ຕໍ່ປະເທດ ອາຟຣິກາ ເພື່ອຕ້ານ ພະຍາດ ໂຄວິດ-19 ໃຫ້ໄດ້. ຈີນ ດຳເນີນການຮ່ວມມື ວັກຊິນ ລະຫວ່າງ ປະເທດ ເພື່ອຈະເຮັດໃຫ້ ວັກຊິນ ກາຍເປັນ ຜະລິດຕະພັນ ສາທາລະນະ ແລະ ອື່ນໆ