ຫວຽດນາມ ໄດ້ຮັບວັກຊິນປ້ອງກັນໂຄວິດ-19ຊຸດທຳອິດ ຕາມຂ່າວຈາກ ຮ່າໂນ້ຍ,ວັນທີ24ກຸມພານີ້,ຫວຽດນາມ ໄດ້ຮັບວັກຊິນ ປ້ອງກັນ ໂຄວິດ-19 ຊຸດທຳອິດ ຈຳນວນ
117.000 ຫລອດ ຈາກແອສ ຕຣາ ເຊເນກາ ກ່ອນຈະເລີ່ມສັກ ວັກຊິນ ໃນເດືອນໜ້າ.ວັກຊິນດັ່ງກ່າວ ເປັນສ່ວນໜຶ່ງ ຂອງວັກຊິນ ຈຳນວນ 30 ລ້ານຫລອດ ທີ່
ບໍລິສັດ ຫວຽດ ນາມ ວັກຊິນ ຈອຍ ສະຕອກ ທີ່ຕັ້ງຂຶ້ນ ເພື່ອຈັດການນຳເຂົ້າ ແລະ ແຈກຢາຍ ວັກຊິນ ເປັນຜູ້ຈັດຫາ ແລະ ທາງການ ນຳວັກຊິນ ຊຸດທຳອິດ ໄປສັກໃຫ້ແກ່
ກຸ່ມຜູ້ທີ່ມີ ຄວາມສ່ຽງສູງ ໃນການປະຕິບັດໜ້າທີ່ 50.000 ກວ່າຄົນ ແລະ ຈະໄດ້ຮັບວັກຊິນອີກ 60 ລ້ານຫລອດ ໃນປີນີ້ ໂດຍເຄິ່ງໜຶ່ງ ເປັນວັກຊິນ ຈາກໂຄງການ ໂຄແວັກ(COVAX) ຂອງອົງການ ອະນາໄມໂລກ