ທ່ານທູດອົດສະຕຣາລີ ຄົນໃໝ່ ປະຈໍາ ສປປ ລາວ ທ່ານ Paul Kelly ມີຄວາມຍິນດີຫຼາຍທີ່ໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງ
ການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອປຶກສາຫາລື ກ່ຽວກັບ ແນວທາງການຮ່ວມມື ແລະ ການສະໜັບສະໜູນ ສປປ ລາວ ຂອງອົດສະຕຣາລີ ເຂົ້າໃນວຽກງານການຟື້ນ
ໂຕທາງດ້ານເສດຖະກິດຈາກຜົນກະທົບພະຍາດໂຄວິດ-19 ແລະແຜນການຮ່ວມມືຂອງພວກເຮົາ ກັບບັນດາປະເທດແມ່ນໍ້າຂອງ ໃນຫົວຂໍ້ການຄຸ້ມຄອງຊັບພະຍາກອນນໍ້າ,
ແລະການຮ່ວມມືດ້ານອື່ນໆ. ນອກຈາກການສະໜັບສະໜູນດ້ານງົບປະມານແລ້ວ, ອົດສະຕຣາລີຍັງສະເໜີ ການສະໜອງຊ່ຽວຊານອົດສະຕຣາລີ ແລະ ການຮ່ວມມືດ້ານອື່ນໆ ແກ່ ສປປ ລາວ ນຳອີກ