ວັນຈັນ:ການງານ ການເຈລະຈາຕໍ່ລອງປະສົບຄວາມສຳເລັດ ຢາກຈະປ່ຽນແປງທຸລະກິດໃດໆ ໃນຊ່ວງນີ້ເຮັດໄດ້ເລີຍ ມີຄວາມຈະເລີນກ້າວໜ້າຢ່າງທີ່ເຈົ້າຊະຕາຄາດຫວັງ ການເງີນ ມີໂຊກຈະໄດ້ເງີນ ໝຸນຫາໃຊ້ຈ່າຍໄດ້ຢ່າງຄລ່ອງຕັວ ດ້ວຍຄວາມເກັ່ງ ແລະຄວາມເຮງຂອງເຈົ້າຊະຕານັ້ນເອງ ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈໃນຊ່ວງນີ້ທີ່ຈະມີເຂົ້າມາ ເປັນຄົນສະນິດທີ່ຈະພັດທະນາຄວາມສຳພັນຂຶ້ນມານັ້ນເອງ
ວັນຄານ:ການງານ ຈະເຮັດຫຍັງໃນຊ່ວງນີ້ມີແຕ່ຄວາມສຳເລັດ ມີແຕ່ຄວາມກ້າວໜ້າ ດວງສະຕາຢູ່ໃນເກນທີ່ດີຫລາຍ ທໍາມາຄ້າຂຶ້ນ ການເງີນ ມີເລື່ອງທີ່ຕ້ອງຈ່າຍ ເປັນການລົງທຶນຕ່າງໆ ຫລືເປັນພາລະທີ່ຫຼີກລ້ຽງບໍ່ໄດ້ ຕ້ອງຈ່າຍເງີນອອກໄປເປັນຈຳນວນຫລາຍນັ້ນເອງ ຄວາມຮັກ ຈະພົບຄົນເກັ່ງທີ່ມີຄວາມສາມາດ ສະຫລຽວສະຫລາດ ເດິນທາງຕະຫຼອດ ທ່ານມີຊື່ສຽງໃນແວດວົງຂອງທ່ານ
ວັນພຸດ:ການງານ ມີໂອກາດປ່ຽນແປງ ຫລືວິທີການປັບປ່ຽນໃນການເຮັດວຽກງານຕ່າງໆ ທີ່ຕ້ອງໃຊ້ຈິນຕະນາການ ແລະຄວາມສ້າງສັນ ຄວາມຄວາມສະຫລຽວສະຫລາດກ້າທີ່ຈະຕັດສິນໃຈໃນຊ່ວງນີ້ ການເງີນ ມີຄວາມກັງວົນໃຈໃນການໃຊ້ຈ່າຍ ຊ່ວງນີ້ໝຸນເງີນຄ່ອນຂ້າງຫລາຍ ຈຶ່ງຕ້ອງປະຢັດໃນການໃຊ້ຈ່າຍ ຫລືຄວບຄຸມການໃຊ້ຈ່າຍໃຫ້ໄດ້ ຄວາມຮັກ ເຈົ້າຊະຕາຮູ້ວ່າຄວນທີ່ຈະເລືອກໃຜໃນຊ່ວງນີ້ ເລືອກຄົົນທີ່ຮັກເຮົາ ດີກວ່າຈະເລືອກຄົົນທີ່ເຮົາຮັກ
ວັນພະຫັດ:ການງານ ເອກະສານສັນຍາ ການເຈລະຈາຕ່າງໆ ຍັງມີຄວາມຊ້າ ມີຄວາມອ້ອມຄອບໃຫ້ຫລາຍກ່ອນທີ່ຈະຕັດສິນໃຈສິ່ງໃດລົງໄປ ການເງີນ ມີໂຊກຈະໄດ້ເງີນເຂົ້າມາ ເປັນມື້ໂຊກດີີຂອງເຈົ້າຊະຕາຫລາຍໆ ມື້ໜຶ່ງເລີຍ ຄວາມຮັກ ຍັງບໍ່ມີເວລາປານໃດທີ່ຈະທຸ້ມເທໃນເລື່ອງເຫຼົ່ານີ້ ແລະຍັງປະຕິເສດຄົົນທີ່ຈະເຂົ້າມາໃນຊີວິດຊ່ວງນີ້ອີກ
ວັນສຸກ:ການງານ ຄວາມສ້າງສັນຂອງເຈົ້າຊະຕາຈະກໍ່ໃຫ້ເກີດໂອກາດ ຫລືມີວິທີເລີ່ມທຸລະກິດແບບໃໝ່ ການເງີນ ມີທັງຮັບທັງຈ່າຍໃນຊ່ວງນີ້ ເປັນເລື່ອງຈຳເປັນທັງນັ້ນ ບໍ່ວ່າຈະເປັນຄ່າເດິນທາງ ຫລືພາລະຕ່າງໆ ຄວາມຮັກ ສຸກສົມຫວັງ ແລະລົງຕົວຢ່າງທີ່ເຈົ້າຊະຕາຄາດຫວັງດີພໍສົມຄວນທາງດ້ານຄວາມຮັກ
ວັນເສົາ:ການງານ ຈະເຮັດສິ່ງໃດໃນຊ່ວງນີ້ມີແຕ່ຄວາມສຳເລັດຢ່າງທີ່ເຈົ້າຊະຕາຄາດຫວັງ ມີຄວາມຈະເລີນກ້າວໜ້າດີຂຶ້ນສະເໝີໃນໄລຍະນີ້ ການເງີນ ຍັງຢູ່ໃນເກນຊົງຕົວ ບໍ່ມີເລື່ອງເດືອດຮ້ອນ ຫລືເລື່ອງກັງວົນໃດໆ ໃຊ້ຄວາມປະຢັດເອົາໄວ້ຈຶ່ງຈະດີທີ່ສຸດ ຄວາມຮັກ ມີໂອກາດພົບຄົົນທີ່ມີສະເນ່ ເອົາໃຈເກັ່ງ ແລະເຈົ້າຊະຕາເປັນຜູ້ທີ່ມີສະເນ່ ຈຶ່ງມີຄົນຍາກເຂົ້າມາເຮັດຄວາມຮູ້ຈັກເຈົ້າຊະຕານັ້ນເອງ
ວັນອາທິດ:ການງານ ຊ່ວງນີ້ຖ້າເບິ່ງໂອກາດ ຫລືຈັງຫວະທີ່ດີກວ່ານີ້ ວາງແຜນການເຮັດວຽກງານໃໝ່ຈະດີກວ່າເກົ່າ ການເງີນ ຄວນລະວັງການໃຊ້ຈ່າຍ ແລະ ການໃຊ້ເງີນ ຊ່ວງນີ້ເລືອກໃຊ້ຈ່າຍເທົ່າທີ່ຈຳເປັນເທົ່ານັ້ນຈຶ່ງຈະດີ ຄວາມຮັກ ມີເລື່ອງກັງວົນໃຈກ່ຽວກັບຄວາມຮັກຄວາມສຳພັນ ຕ້ອງໃຊ້ຄວາມໃຈເຢັນ ຢ່າໃຊ້ຄວາມໃຈຮ້ອນຄວາມສຳພັນກໍຈະດີຂຶ້ນ