ອົງການອາຫານ ແລະ ຢາຂອງຟີລິບປິນຈະໄດ້ວັກຊີນຈາກຈີນພາຍໃນເດືອນນີ້ ໂດຍຈະຍັງບໍ່ໃຊ້ກັບບຸກຄະລາກອນທາງການແພດ ເນື່ອງຈາກມີຄວາມກັງວົນເຖິງຜົນການທົດລອງຢູ່ບຣາຊິລ.ວັນທີ 22 ກຸມພາ 2021, ສຳນັກຂ່າວ Bloomberg ລາຍງານວ່າ: ອົງການອາຫານ ແລະ ຢາຂອງຟີລິບປິນຕັດສິນໃຈອະນຸມັດໃຫ້ໃຊ້ວັກຊີນປ້ອງກັນ
ພະຍາດໂຄວິດ-19 ຂອງ Sinovac ເປັນກໍລະນີສຸກເສີນແລ້ວ ຄາດວ່າຈະໄດ້ຮັບວັກຊີນຈາກຈີນ ຈຳນວນ 600.000 ໂດສ ໃນມໍ່ໆນີ້.ເຖິງຢ່າງໃດກໍຕາມ, ເຖິງວ່າວັກຊີນຊະນິດນີ້ຈະໄດ້ຮັບການຮັບຮອງວ່າສາມາດປ້ອງກັນພະຍາດໂຄວິດ-19 ໄດ້ ແລະ ແນະນຳໃຫ້ໃຊ້ໃນຜູ້ທີ່ມີອາຍຸລະຫວ່າງ 18-59 ປີ, ແຕ່ຕົວເລກປະສິດທິພາບ 50,4% ໃນ
ການທົດລອງຢູ່ບຣາຊິລ ເຮັດໃຫ້ ເອຣິກ ໂດມິງໂກ ຜູ້ອຳນວຍການອົງການອາຫານ ແລະ ຢາຂອງຟີລິບປິນ ເຜີຍວ່າ: ຍັງບໍ່ແນະນຳໃຫ້ໃຊ້ກັບບຸກຄະລາກອນທາງການແພດ ເຊິ່ງມີຄວາມສ່ຽງຈະສຳຜັດກັບຜູ້ຕິດເຊື້ອສູງ.
ມີການຄາດຄະເນວ່າ: ວັກຊີນຊີໂນແວັກຊຸດທຳອິດນີ້ ຈະເອົາໄປສັກໃຫ້ທະຫານ ແລະ ບຸກຄະລາກອນແນວໜ້າທີ່ບໍ່ແມ່ນແພດເຊັ່ນ: ພະນັກງານປະຈຳຊຸບເປີມາເກັດ ລວມທັງຄູ ແລະ ອາຈານ ທີ່ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຈະອະນຸຍາດໃຫ້ກັບໄປສອນໃນໂຮງຮຽນກໍຕໍ່ເມື່ອໄດ້ຮັບວັກຊີນແລ້ວເທົ່ານັ້ນ.ການອະນຸມັດຄັ້ງນີ້ເກີດຂຶ້ນຫລັງຈາກ
ສະມາຊິກວຸດທິສະພາໄດ້ຕັ້ງຄຳຖາມກັບລັດຖະບານຂອງທ່ານ ດູເຕີເຕ ວ່າເຫດໃດຈຶ່ງໃຫ້ຄວາມສຳຄັນຕໍ່ວັກຊີນຈາກຈີນຫລາຍເປັນພິເສດ ໂດຍເບິ່ງວ່າເປັນວັກຊີນທີ່ມີລາຄາສູງ ແລະ ປະສິດທິພາບຕໍ່າເມື່ອທຽບໃສ່ຕົວເລືອກອື່ນໆ.ວັກຊີນຂອງຊີໂນແວັກຖືເປັນວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດທີ 3 ທີ່ໄດ້ຮັບອະນຸມັດໃຫ້ນຳໃຊ້ຢູ່ຟີລິບປິນ ຫລັງຈາກວັກຊີນຂອງ Pfizer ແລະ AstraZeneca ຜ່ານການພິຈາລະນາໄປແລ້ວ.