ສປຊ ເຕືອນໃຫ້ປະຊາຄົມໂລກແບ່ງປັນວັກຊີນປ້ອງກັນໂຄວິດ-19ຢ່າງຍຸດຕິທຳ ຕາມຂ່າວຈາກຊີ ອາໄອຂອງຈີນ, ກອງປະຊຸມສະພາ ສິດທິມະນຸດ ອົງການ ສະຫະ ປະຊາຊາດ (ສປຊ)ຄັ້ງທີ 46 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ໂດຍ ທ່ານ ອັນໂຕ ນີໂອ ກູເຕີເຣສ, ເລຂາທິການໃຫຍ່ ອົງການ ສະຫະປະຊາຊາດເຕືອນໃຫ້ປະຊາຄົມໂລກ ຈົ່ງແບ່ງປັນ ວັກຊີນ
ປ້ອງກັນ ໂຄວິດ-19 ຢ່າງຍຸດຕິທຳ ເນື່ອງຈາກ ມວນມະນຸດ ມີການພົວພັນຕິດຕໍ່ກັນ ໃນຂົງເຂດຕ່າງໆ. ແຕ່ສະພາບ ພະຍາດໂຄວິດ-19 ໄດ້ເຮັດໃຫ້ ຄວາມຂັດແຍ້ງ, ຄວາມອ່ອນແອ ແລະ ຄວາມບໍ່ສະເໝີພາບກັນ ທີ່ມີຢູ່ແລ້ວ ເພີ່ມຂຶ້ນ, ທັງສ້າງບັນຫາໃໝ່ ຂຶ້ນມາຕື່ມອີກ ເຊິ່ງລວມທັງ ບັນຫາສິດທິມະນຸດ, ເຮັດໃຫ້ມີການລະເມີດ ສິດທິ
ມະນຸດ ເກີດຂຶ້ນເລື້ອຍໆ, ຊີວິດການເປັນຢູ່ ຂອງຄອບຄົວ ຫລາຍຮ້ອຍລ້ານຄົນ ຖືກລົບກວນຢ່າງຮ້າຍແຮງ, ອັດຕາຄວາມທຸກຍາກ ທີ່ສຸດເພີ່ມຂຶ້ນ ເປັນຄັ້ງທຳອິດໃນຫລາຍ
ສິບປີມານີ້. ປັດຈຸບັນ ວັກຊີນໂຄວິດ-19 ທີ່ນຳໃຊ້ແລ້ວ 10 ປະເທດ ໄດ້ກວມ 75% ຂອງວັກຊິນທັງໝົດ. ຄວາມຍຸດຕິທຳ ດ້ານວັກຊິນ ກໍຄືການປົກປັກຮັກສາ ສິດທິມະນຸດ ແລະ ວັກຊິນ ຕ້ອງກາຍເປັນຜະລິດຕະພັນ ສາທະລະນະຂອງໂລກ ເພື່ອໃຫ້ທຸກຄົນ ສາມາດເຂົ້າເຖິງໄດ້ຢ່າງທົ່ວເຖິງ