ອ້າງຕາມ ຜູ້ຈັດການ ອອນລາຍ, ເມື່ອບໍ່ດົນມານີ້ ກຸ່ມສິ່ງແວດລ້ອມ ລະບຸວ່າ ພາວະມົນລະພິດ ຮ້າຍແຮງ ເຮັດໃຫ້ມີ ຜູ້ເສຍຊີວິດ ກ່ອນໄວ ປະມານ 160.000 ຄົນ ໃນບັນດາ ຕົວເມືອງໃຫຍ່ ທີ່ສຸດ 5 ແຫ່ງຂອງໂລກ ເມື່ອປີກາຍ, ເຖິງແມ່ນວ່າ ຄຸນນະພາບ ອາກາດ ຈະດີຂື້ນ ໃນບາງພື້ນທີ່ ເນື່ອງຈາກ ການປິດເມືອງ ໃນໄລຍະການແຜ່
ລະບາດຂອງພະຍາດ ໂຄວິດ-19. ໂດຍສະເພາະ ນີວແດນລີ ຂອງອິນເດຍ ແມ່ນໄດ້ຮັບມົນລະພິດ ຫລາຍທີ່ສຸດໃນໂລກ ເຮັດໃຫ້ມີ ຜູ້ເສຍຊີວິດ ປະມານ 54.000 ຄົນ
ຈາກອະນຸພາກ ໃນອາກາດ PM 2,5 ໂດຍອ້າງອິງ ລາຍງານ ຈາກກຸ່ມGreenpeace Southeast Asia . ຖັດມາແມ່ນ ນະຄອນຫລວງ ໂຕກຽວ ຂອງຍີ່ປຸ່ນ ມີຜູ້ເສຍຊີວິດ 40.000 ຄົນ, ສ່ວນທີ່ເຫລືອ ກະຈາຍ ຢູ່ ນະຄອນຊຽງໄຮ້, ເຊົາເປົາໂລ ແລະ ເມັກຊິກໂກ. ຍ້ອນເກີດຈາກການເຜົາໄໝ້ ເຊື້ອໄຟ ຟໍສຊິລ ແລະ ອື່ນໆ