ອ້າງຕາມຂ່າວ ຣັດເຊຍ, ວັນທີ 21 ກຸມພາ, ຣັດເຊຍ ພົບການ ແຜ່ລະບາດ ຂອງ ພະຍາດ ໄຂ້ຫວັດສັດປິກ ສາຍພັນ H5N8 ຈາກສັດປິກ ສູ່ຄົນ ເປັນຄັ້ງທຳອິດ ໃນໂລກ ແລະ ໄດ້ລາຍງານ ຕໍ່ອົງການ ອະນາໄມໂລກ ເພື່ອກວດສອບ ຢືນຢັນແລ້ວ. ຫລັງຈາກ ພົບຄົນງານ 7 ຄົນ ຢູ່ໃນຟາມ ລ້ຽງສັດປິກ ໃນເມືອງ ທາງພາກໃຕ້ ຂອງປະເທດ
ຕິດເຊື້ອພະຍາດ ໄຂ້ຫວັດສັດປິກ ສາຍພັນ ດັ່ງກ່າວ ເມື່ອໄລຍະເດືອນ ທັນວາ ປີກາຍ ໂດຍມີ ຜູ້ຕິດເຊື້ອ 7 ຄົນ . ໄຂ້ຫວັດສັດປິກ ສາຍພັນນີ້ ລະບາດ ໃນຣັດເຊຍ,
ເອີຣົບ, ຈີນ, ເຂດຕາເວັນອອກກາງ ແລະ ອາຟຣິກາເໜືອ ໃນໄລຍະຜ່ານມາ ຈົນເຖິງ ປັດຈຸບັນ ແຕ່ພົບການ ແຜ່ລະບາດ ໃນກຸ່ມສັດປິກ ເທົ່ານັ້ນ, ຂະນະທີ່ ໄຂ້ຫວັດສັດປິກ ໃນສາຍພັນ ທີ່ພົບການ ແຜ່ລະບາດ ຈາກສັດສູ່ຄົນ ກ່ອນໜ້ານີ້ ມີທັງ H5N1,H7N9,H7N9 ແລະ H9N2