ປະຊາຊົນມຽນມາຫຼາຍພັນຄົນໃນນະຄອນຫຼວງເນປິດໍ ອອກມາລວມຕົວກັນໄວ້ອາໄລໃນງານສົບຂອງຜູ້ປະທ້ວງຍິງຄົນໜຶ່ງທີ່ຖືກຍິງເສຍຊີວິດໃນຂະນະອອກມາຊຸມນຸມຕໍ່ຕ້ານການລັດຖະປະຫານເມື່ອຕົ້ນເດືອນກຸມພາທີ່ຜ່ານມາ.ນາງ ເມຍະ ຕະແວະ ຂ່າຍ ຖືກຍິງທີ່ຫົວກ່ອນຄົບຮອບວັນເກີດອາຍຸຄົບ 20ປີ ເຊິ່ງເປັນໜຶ່ງໃນຈຳນວນ 3 ຄົນທີ່ເສຍຊີວິດໃນ
ຂະນະປະທ້ວງ.ປະຊາຊົນຫຼາຍພັນຄົນອອກມາຢືນທີ່ແຄມທາງໃນລະຫວ່າງຂະບວນແຫ່ສົບເຄື່ອນຜ່ານໄປ ບາງຄົນຊູສາມນິ້ວເຊິ່ງເປັນສັນຍາລັກສະນະຕໍ່ຕ້ານການຢຶດອຳນາດ.
ຄຳໝັ້ນສັນຍາທີ່ຈະຈັດການເລືອກຕັ້ງບໍ່ປະສົບຜົນສຳເລັດໃນການຢຸດການປະທ້ວງນັບມື້ນັບລຸກລາມໄປຕາມເມືອງຕ່າງໆ ແລະ ມີການຮຽກຮ້ອງໃຫ້ປ່ອຍຕົວທ່ານນາງ ອອງ
ຊານ ຊູຈີ ຜູ້ທີ່ຖືກກ່າວຫາວ່າມີການຄອບຄອງເຄື່ອງວິທະຍຸສ່ສານຢ່າງຜິດກົດໝາຍ ແລະ ລະເມີດກົດໝາຍວ່າດ້ວຍ “ການເຂົ້າເມືອງແບບຜິດກົດໝາຍ”.ໃນວັນທີ 20 ກຸມພາ ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດໄດ້ປາບປາມຜູ້ປະທ້ວງຕໍ່ຕ້ານລັດຖະປະຫານທີ່ເມືອງມັນດາເລ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ມີລາຍງານວ່່າໜຶ່ງໃນນັ້ນແມ່ນເຍົາວະຊົນ
ຊາຍຖືກຍິງທີ່ຫົວ ສະຖານະການໃນປະເທດມຽນມາແມ່ນເຄັ່ງຕຶງ ແລະ ຮຸນແຮງຂຶ້ນໃນຂະນະທີ່ປະຊາຊົນສືບຕໍ່ຊຸມນຸມປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານເປັນເວລາ 3 ອາທິດໃນບັນດາເມືອງຕ່າງໆໃນທົ່ວປະເທດ.ນາງ ເມຍະ ຕະແວະ ຂ່າຍ ນາງໄດ້ຖືກຍິງໃນຂະນະທີ່ຕຳຫຼວດພະຍາຍາມສະຫຼາຍການຊຸມນຸມເມື່ອວັນທີ 9 ກຸມພາ ທີ່ຜ່ານມາ ແລະ ນາງຕ້ອງໄດ້ໃຊ້ເຄື່ອງຊ່ວຍຫາຍໃຈເປັນເວລາ 10ມື້ ຈົນຮອດມື້ວັນທີ 19 ກຸມພາ ນາງໄດ້ເສຍຊີວິດລົງ.
ຮຽບຮຽງຂ່າວ: ພຸດສະດີ